ງານວາງສະແດງ ກ່ຽວກັບອະທິປະໄຕ ຊາຍແດນ - ໝູ່ເກາະທະເລ ຫວຽດນາມ
ຮູບພາບກ່ຽວກັບທະຫານເຮືອຫວຽດນາມພວມລາດຕະເວນປົກປັກຮັກສາອະທິປະໄຕເຂດໝູ່ເກາະທະເລຫວຽດນາມຖືກນຳມາວາງສະແດງ |
Vovworld- “ ຊາຍແດນ-ໝູ່ເກາະທະເລຫວຽດນາມ ” ນີ້ແມ່ນຫົວຂໍ້ຂອງງານວາງສະແດງທີ່ຖືກໄຂຂຶ້ນໃນຕອນເຊົ້າວັນທີ 25/11 ຢູ່ແຂວງເທືອ່ທຽນເຫວ. ງານວາງສະແດງຈະດຳເນີນແຕ່ວັນທີ 25 ຫາ 30/11, ຊຶ່ງສຸມໃສ່ 5 ຫົວເລື່ອງຕົ້ນຕໍຄື ອະທິປະໄຕເຂດ ໝູ່ເກາະທະເລຫວຽດນາມ; ເພື່ອ ອະທິປະໄຕຄວາມສະຫງົບ ເຂດຊາຍແດນແຫ່ງຊາດ; ເທືອ່ທຽນເຫວດ້ວຍ ໜ້າທີ່ປົກປັກຮັກສາອະທິປະໄຕເຂດໝູ່ເກາະທະເລ, ຊາຍແດນຂອງບ້ານເກີດເມືອງນອນ; ຊາຍແດນ-ໝູ່ເກາະທະເລ ແລະ ນັກຮົບ; ຮ່ວາງຊາ, ເຈືອງຊາແມ່ນຂອງຫວຽດນາມ. ບັນດາເອກະສານວັດຖຸພັນທີ່ນຳມາວາງສະແດງລວມມີ ແຜນທີ່ເກົ່າໃນສະໄໝລາດຊະວົງຊິງຂອງຈີນກ່ອນນີ້ 100 ປີ ໂດຍແຕ້ມຕອນໃຕ້ສຸດຂອງປະເທດຈີນແມ່ນເກາະໄຮ່ໜຳ, ບໍ່ມີໝູ່ເກາະ ຮ່ວາງຊາ, ເຈືອງຊາຂອງຫວຽດນາມ; ແຜນທີ່ໃນສະໄໝລາດຊະວົງຫງວຽນຂອງຫວຽດນາມ ແລະ ອື່ນໆ ໄດ້ເປັນການປະກອບສ່ວນຢັ້ງຢືນອະທິປະໄຕໝູ່ເກາະຮ່ວາງຊາ, ເຈືອງຊາແມ່ນຂອງຫວຽດນາມ. ທ່ານ ຟານຕ້ຽນຢຸ້ງ ຫົວໜ້າພະແນກວັດທະນະທຳ-ກິລາ ແລະ ທ່ອງທ່ຽວແຂວງ ເທືອ່ທຽນເຫວ ໃຫ້ຮູ້ວ່າ :
“ ງານວາງສະແດງຄັ້ງນີ້ໄດ້ສະໜອງຂໍ້ມູນຂ່າວສານທີ່ຈຳເປັນໃຫ້ແກ່ພະນັກງານ ແລະ ປະຊາຊົນໃນແຂວງ ສາມາດເຂົ້າໃຈໄດ້ເຖິງ ໜ້າທີ່ ປົກປັກຮັກສາອະທິປະໄຕເຂດໝູ່ເກາະທະເລຫວຽດນາມ. ພວກຂ້າພະເຈົ້າໄດ້ເກັບກຳ ແລະ ໄດ້ນຳມາວາງສະແດງພາບ, ເອກະສານ 400 ຢ່າງພ້ອມກັບບັນດາເອກະສານຮູບພາບວັດຖຸພັນຊຶ່ງກະຊວງວັດທະນະທຳ ແລະ ເຫຼົ່າທັບເຮືອໄດ້ສະໜອງ ”