ງານວາງສະແດງ “ຮ່ວາງຊາ, ເຈື່ອງຊາ ຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ
ງານວາງສະແດງ “ຮ່ວາງຊາ, ເຈື່ອງຊາ ຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ໄດ້ໄຂຂຶ້ນໃນວັນທີ 26/10 ຢູ່ນະຄອນ ທ້າຍງວຽນ
(ພາບ: ໜັງສືພິມ Thái Nguyên)
(vovworld) – ງານວາງສະແດງ “ຮ່ວາງຊາ, ເຈື່ອງຊາ ຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ໂດຍກະຊວງຖະແຫຼງຂ່າວ ແລະ ສື່ສານ ສົມທົບກັບແຂວງທ້າຍງວຽນ ຈັດຕັ້ງ ໄດ້ໄຂຂຶ້ນໃນວັນທີ 26/10 ຢູ່ນະຄອນ ທ້າຍງວຽນ. ມີແຜນທີ່ເກືອບ 150 ແຜນ ແລະ ເອກະສານ, ວັດຖຸພັນ, ສິ່ງພິມຫຼາຍຢ່າງ ທີ່ໄດ້ຮັບການປະກາດນັບແຕ່ກ່ອນມານີ້ຂອງບັນດານັກຄົ້ນຄ້ວາ, ນັກຮຽນຮູ້ທັງຢູ່ພາຍໃນ ແລະ ຕ່າງປະເທດ, ເຊິ່ງຢັ້ງຢືນວ່າໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາແມ່ນຂຶ້ນກັບອະທິປະໄຕຂອງຂອງຫວຽດນາມ. ງານວາງສະແດງ “ຮ່ວາງຊາ, ເຈື່ອງຊາ ຂອງຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແນໃສ່ເລືອກເຟັ້ນບັນດາພະຍານຫຼັກຖານຢ່າງໝັ້ນຄົງກ່ຽວກັບອະທິປະໄຕຂອງຫວຽດນາມທີ່ມີຕໍ່ໝູ່ເກົາຮ່ວາງຊາ ແລະ ເຈື່ອງຊາ, ເພື່ອແນະນຳຕໍ່ປະຊາຊົນ, ພ້ອມທັງປະຕິເສດບັນດາຖ້ວຍທຳນອງເສກສັນປັ້ນແຕ່ງປະຫວັດສາດ, ບັນດາຄຳຮຽກສິດກ່ຽວກັບອະທິປະໄຕທີ່ໄຮ້ເຫດຜົນສຳລັບໝູ່ເກົາຮ່ວາງຊາ ແລະ ເຈື່ອງຊາຂອງຫວຽດນາມ ກໍ່ຄືບັນດາເຂດທະເລໝູ່ເກົາອື່ນໆຢູ່ທະເລຕາເວັນອອກ. ງານວາງສະແດງຈະດຳເນີນເຖິງວັນທີ 4/11.