ງານວາງສະແດງ “ຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິກຳ”
ການປະຊຸມຂ່າວກ່ຽວກັບງານວາງສະແດງ
(ພາບ: dantri.com.vn)
(vovworld)- ໃນລະຫວ່າງວັນທີ 26-31/3, ຢູ່ນະຄອນ ເກີນເທີ, ກະຊວງຖະແຫຼງຂ່າວ-ສື່ສານ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ເກີນເທີ ຈັດຕັ້ງງານວາງສະແດງແຜນທີ່ ແລະ ວາງສະແດງເອກະສານ “ຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ-ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິກຳ”. ນີ້ແມ່ນງານວາງສະແດງຄັ້ງທີ 22 ໂດຍກະຊວງຖະແຫຼງຂ່າວ-ສື່ວານ ສົມທົບກັບບັນດາອົງການ ແລະ ທ້ອງຖິ່ນຈັດຕັ້ງໃນບໍລິເວນທົ່ວປະເທດ. ພາຍຫຼັງງານວາງສະແດງແຕ່ລະຄັ້ງ, ຄະນະຈັດຕັ້ງພະຍາຍາມເພີ່ມເຕີມ, ເພີ່ມບັນດາເອກະສານ, ວັດຖຸພັນຕື່ມອີກ ເພື່ອວາງສະແດງ, ແນະນຳກ່ຽວກັບຫົວເລື່ອງນີ້. ດ້ວຍແຜນທີ່ເກືອບ 100 ຊຸດ ແລະ ບັນດາເອກະສານ, ວັດຖຸພັນ, ສິ່ງພິມຫຼາຍຢ່າງທີ່ວາງສະແດງຢູ່ທີ່ນີ້ ແມ່ນສ່ວນໜຶ່ງຂອງພະຍານຫຼັກຖານປະຫວັດສາດ ແລະ ພື້ນຖານນິຕິກຳພິສູດອະທິປະໄຕຂອງ ຫວຽດນາມ ສຳລັບ 2 ເຂດໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ໃນທະເລຕາເວັນອອກ. ບັນດາເອກະສານໃຫ້ເຫັນວ່າ: ບັນດາລັດ ຫວຽດນາມ ແຕ່ສະໄໝສັກດີນາມາຮອດໄລຍະປະຈຸບັນໄດ້ຂຸດຄົ້ນ, ສ້າງຕັ້ງ, ປະຕິບັດ ແລະ ປົກປັກຮັກສາອະທິປະໄຕແຫ່ງຊາດສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ແລະ ເຂດທະເລໝູ່ເກາະອື່ນໆທີ່ຂຶ້ນກັບຜືນແຜ່ນດິນ ຫວຽດນາມ. ນັ້ນແມ່ນວິວັດການທີ່ຕໍ່ເນື່ອງ, ຍາວນານ, ດຳເນີນໃນສັນຕິພາບ, ໄດ້ຮັບຮູ້ຜ່ານຫຼາຍແຫຼ່ງເອກະສານປະຫວັດສາດຂອງ ຫວຽດນາມ ແລະ ປະເທດຕ່າງໆ, ພິເສດແມ່ນບັນດາເອກະສານ, ທີ່ໄດ້ຈຳໜ່າຍແຕ່ສະຕະວັດ 16 ມາຮອດປະຈຸບັນຢູ່ ຫວຽດນາມ ແລະ ຫຼາຍປະເທດໃນໂລກ.