(vovworld) - ຕອນເຊົ້າວັນທີ 29/4, ພະແນກພົວພັນຕ່າງປະເທດ ຂຶ້ນກັບຄະນະກຳມະການປະຊາຊົນ ເມືອງ ຮ່ວາງຊາ ແລະ ຫໍພິພິທະພັນ ນະຄອນ ດ່າໜັງ ໄດ້ສົມທົບກັນຈັດຕັ້ງງານວາງສະແດງເອກະສານທີ່ມີຫົວຂໍ້ວ່າ: “ຮ່ວາງຊາ ຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ”. ງານວາງສະແດງໄດ້ແນະນຳແຜນທີ່ 150 ແຜ່ນທີ່ພິມຈຳໜ່າຍແຕ່ປີ 1626 ເຖິງປີ 1980, ໃນນັ້ນມີແຜນທີ່ໂດຍບັນດາປະເທດຝ່າຍຕາເວັນຕົກພິມຈຳໜ່າຍເຊິ່ງໄດ້ຮັບຮູ້ວ່າຕອນໃຕ້ສຸດຂອງ ຈີນພຽງແຕ່ຮອດເກາະໄຫໜານ ເທົ່ານັ້ນ, ສ່ວນຍັງເຫຼືອແມ່ນບັນດາແຜນທີ່ເດີນທະເລ ແລະ ແຜນທີ່ສັງລວມ ອາຊີ ແລະ ອາຊີຕາເວັນອອກສ່ຽງໃຕ້ ໄດ້ສະແດງໃຫ້ເຫັນວ່າ ຮ່ວາງຊາ ແລະ ເຈື່ອງຊາ ນອນໃນເຂດນ່ານທະເລ ແລະ ຂຶ້ນກັບອະທິປະໄຕຂອງ ຫວຽດນາມ. ພິເສດ, ມີແຜນທີ່ 3 ຊຸດ (atlas) ໂດຍອຳນາດການປົກຄອງ ຈີນ ສະໄໝກ່ອນພິມຈຳໜ່າຍ ແມ່ນບັນດາເອກະສານທີ່ປະໂຫຍດ, ຢັ້ງຢືນອະທິປະໄຕຂອງ ຫວຽດນາມທີ່ມີຕໍ່ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ. ວັດຖຸພັນ, ພະຍານຫຼັກຖານປະຫວັດສາດສ່ວນຫຼາຍ ໂດຍ ທ່ານ ເຈີນຖັ໋ງ, ຊາວຫວຽດນາມ ອາໄສຢູ່ອະເມລິກາ ມອບໃຫ້ນະຄອນ ດ່າໜັງ. ທ່ານ ເຈີນດຶກແອງເຊີນ, ຮອງຜູ້ອຳນວຍການສະຖາບັນພັດທະນາເສດຖະກິດ - ສັງຄົມ ນະຄອນ ດ່າໜັງ ໃຫ້ຮູ້ວ່າ:
“ເອກະສານ, ວັດຖຸພັນທັງໝົດເຫຼົ່ານີ້ ໄດ້ພິສູດໃຫ້ເຫັນອຳນາດການປົກຄອງ ສາທາລະນະລັດ ຫວຽດນາມ ໃນເມື່ອກອນ ກໍ່ຄືອຳນາດການປົກຄອງກ່ອນນັ້ນ ໄດ້ປະຕິບັດອະທິປະໄຕທີ່ມີຕໍ່ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ. ນີ້ແມ່ນສ່ວນສຳຄັນໃນການສະແດງ, ລັດ ຫວຽດນາມ ນັບແຕ່ສະຕະວັດທີ 16 ເປັນຕົ້ນມາ ໄດ້ຄົ້ນຫາ, ສ້າງຕັ້ງ, ປະຕິບັດອະທິປະໄຕ ແລະ ປົກປັກຮັກສາອະທິປະໄຕນັ້ນ ຕໍ່ໜ້າການຮຸກຮານຂອງຕ່າງປະເທດ.”