ງານວາງສະແດງ ແລະ ສະແດງສິລະປະໃນໂອກາດວັນບຸນຫໍ່ເຂົ້າປະດັບດິນ

ງານວາງສະແດງ ແລະ ສະແດງສິລະປະໃນໂອກາດວັນບຸນຫໍ່ເຂົ້າປະດັບດິນ - ảnh 1
ຮູບພາບທີ່ໄດ້ວາງສະແດງໃນລາຍການ
(ພາບ: tuoitre.vn)

(vovworld) – ຕອນ​ຄຳ່​ວັນ​ທີ 10/8, ຢູ່​ນະຄອນ​ໂຮ່ຈີ​ມິນ, ສະມາຄົມ​ມິດຕະພາບ​ຫວຽດນາມ - ກຳປູ​ເຈຍ ນະຄອນ, ບໍລິສັດ Tincom Media ຈຳກັດ, ວັດ ຕື່ກວາງ, ວາລະສານພຸດທະ​ສາສະໜາ ​ແລະ ນັກທຸລະກິດ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ ​ແລະ ສະ​ແດງ​ສິລະ​ປະ​​ສະ​ເຫຼີ​ມສະຫຼອງວັນບຸນ​ຫໍ່​ເຂົ້າປະດັບດິນ ດ້ວຍ​ຫົວ​ຂໍ້ “​ເງົາ​ແມ່“ ລາຍການ​ດຳ​ເນີນ​ດ້ວຍ​ການ​ເຄື່ອນ​ໄຫວຕົ້ນ​ຕໍ່​ຄື: ງານ​ວາງສະ​ແດງ​ຮູບ​ພາບ​ສິລະ​ປະ 100 ກວ່າ​ແຜ່ນ ທີ່​ສະ​ແດງ​ຄວາມ​ຮັກລະຫວ່າງ​ແມ່ລູກ ຂອງ​ບັນດາ​ຈິດຕະກອນ​ທີ່​ດີ​ເດັ່ນ. ພິ​ເສດ​ແມ່ນ​ໃນ​ໂອກາດ​ນີ້​ກໍ່​ໄດ້​ວາງສະ​ແດງ​ປຶ້ມ​ຄຳ​ພີ ດ້ວຍ​ສອງ​ພາສາ​ຫວຽດນາມ - ອັງກິດ​ໃຫຍ່​ກວ່າ​ໝູ່​ຢູ່​ອາຊີ. ຕາມ​ຄະນະ​ຈັດ​ຕັ້ງ​ແລ້ວ, ລາຍການ​ນີ້ ​ເພື່ອ​ແນ​ໃສ່​ບໍລິຈາກ​ເງິນ​ເພື່ອ​ກໍ່ສ້າງ ​ແລະ ມອບ​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ 10 ຫຼັງ ​ໃຫ້​ຜູ້​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຄອບຄົວ​ນະ​ໂຍບາຍ.

ຂ່າວ/ບົດ​ອື່ນ