ງານວາງສະແດງ70ປີແຫ່ງຜົນງານດ້ານເສດຖະກິດ-ສັງຄົມ

ງານວາງສະແດງ70ປີແຫ່ງຜົນງານດ້ານເສດຖະກິດ-ສັງຄົມ - ảnh 1
ທ່ານ​ ຫງວຽນ​ເຕີ໋ນຢຸງ ພ້ອມກັບ​ບັນດາ​ການ​ນຳ ພັກ, ລັດ ​ໄດ້​ເຂົ້າ​ຮ່ວມ ​ແລະ
ກົດ​ປຸ່ມໄຂ​ງານ​ວາງສະ​ແດງ 70 ປີ​ແຫ່ງ​ຜົນງານດ້ານ​ເສດຖະກິດ - ສັງຄົມ
(ພາບ: VGP/NhatBac)

(vovworld) – ຕອນ​ຄ່ຳ​ວັນ​ທີ 28/8, ຢູ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ພ້ອມ​ບັນດາ​ການ​ນຳ ພັກ, ລັດ ​ໄດ້​ເຂົ້າ​ຮ່ວມ ​ແລະ ກົດ​ປຸ່ມໄຂ​ງານ​ວາງສະ​ແດງ 70 ປີ​ແຫ່ງ​ຜົນງານດ້ານ​ເສດຖະກິດ - ສັງຄົມ. ນີ້​ແມ່ນ​ເຫດ​ການ​ມີ​ຄວາມ​ໝາຍ​ພິ​ເສດ ດຳ​ເນີນ​ກົງ​ກັບໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນການ​ປະຕິວັດ​ເດືອ​ນສິງ​ຫາ (19/8/1945 – 19/8/2015) ​ແລະ ວັນຊາດທີ 2/9 (2/9/1945 – 2/9/2015). ດ້ວຍ​ຫົວ​ເລື່ອງ​ວ່າ: ປ່ຽນ​ໃໝ່, ​ເຊື່ອມ​ໂຍງ ​ແລະ ພັດທະນາ, ງານ​ວາງສະ​ແດງ​​ແນະນຳ, ​ເຊີດ​ຊູ​ບັນດາ​ຜົນ​ງານ​ດ້ານເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ​ໃນ​ທຸກ​ຂົງ​ເຂດ; ຜ່ານ​ນັ້ນ ຢືນຢັນ​ບົດບາດ​ຊີ້​ນຳ​ນຳພາ​ຂອງ ພັກ ​ແລະ ລັດ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ພິ​ເສດ​ແມ່ນ​ໃນ​ໄລຍະ​ປ່ຽນ​ໃໝ່. ງານ​ວາງສະ​ແດງ​ມີ​ຂອບ​ຂະໜາດ​ໃຫຍ່ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 28 ກະຊວງ, ຂະ​ແໜງ​ການ, ອົງການທຽບ​ເທົ່າ​ກະຊວງ ແລະ ອົງການ​ຈັດ​ຕັ້ງ​ມະຫາຊົນ​ຫລາຍ​ແຫ່ງ​ຢູ່​ສູນ​ກາງ, ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ ​ແລະ ວິ​ສາ​ຫະກິດ.

        ​ໃນ​ຂອບ​ເຂດ​ງານ​ວາງສະ​ແດງ 70 ປີ​ແຫ່ງ​​ຜົນງານດ້ານ​ເສດຖະກິດ - ສັງຄົມ, ດຳ​ເນີນຫລາຍ​ກອງ​ປະຊຸມ, ກອງ​ປະຊຸມ​ສຳ​ມະ​ນາ​ ​ເພື່ອ​ແນ​ໃສ່​ແນະນຳ​ບັນດາ​ນະ​ໂຍບາຍ​ໃໝ່, ກາລະ​ໂອກາດ​ລົງທຶນ, ບັນດາ​ຜະລິດ​ຕະພັນ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ​ໃໝ່, ການ​ເຄື່ອນ​ໄຫວ​ໂຄສະນາ​ເຜີຍ​ແຜ່, ການສົ່ງ​ເສີມ​ການ​ຄ້າ.

ຂ່າວ/ບົດ​ອື່ນ