(vovworld) – ງານໂຮມຊຸມນຸມມິດຕິງສະເຫຼີມສະຫຼອງວັນຄອບຄົວ ຫວຽດນາມ ໄດ້ຖືກຈັດຂຶ້ນຢູ່ ຮ່າໂນ້ຍໃນວັນທີ 28/6, ດ້ວຍການເຂົ້າຮ່ວມຂອງ 150 ຄອບຄົວວັດທະນະທຳດີເດັ່ນໃນບັນດາເຜົ່າສ່ວນໜ້ອຍທີ່ນະຄອນຫຼວງ ຮ່າໂນ້ຍ. ທີ່ງານໂຮມຊຸມນຸມມິດຕິງ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຢືນຢັນວ່າ: ຄອບຄົວແມ່ນຈຸລັງຂອງສັງຄົມ, ແມ່ນບ່ອນກໍ່ສ້າງມະນຸດ, ພາສາ, ຮັກສາວັດທະນະທຳ, ເພ່ີມພຸມຄຸນສ້າງ, ເບິ່ງແຍງດູແລຊີວິດທັງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ແຕ່ລະຄົນ. ສ້າງຄອບຄົວອິມໜຳສຳລານ ມີຄວາມຜາສຸດແມ່ນຈຸດໝາຍທີ່ຍາມໃດພັກ ແລະ ລັດ ກໍ່ເອົາໃຈໃສ່. ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຊີ້ນຳວ່າ:
“ກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ດ້ວຍພາລະໜ້າທີ່ຄຸ້ມຄອງລັດກ່ຽວກັບວຽກງານຄອບຄົວ, ຄວນສົບທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ຕັ້ງໜ້າຜັນຂະຫຍາຍບັນດາໂຄງການສົມທົບກັນ. ກະຊວງສຶກສາບຳລຸງສ້າງຄວນນຳເນື້ອໃນສ້າງຄອບຄົວເຂົ້າໃນໂຄງການສຶກສາມາມັນເພື່ອເຮັດໃຫ້ເດັກນ້ອຍ ຫວຽດນາມ ເຂົ້າໃຈໄດ້ວ່າ: ຊາວ ຫວຽດນາມ ຜູ້ໄດ້ກໍ່ມີປະເທດຊາດ, ວົງຕະກຸນ ແລະ ຄອບຄົວ... ນີ້ແມ່ນ 3 ເສົາຄ້ຳດ້ານວັດຖຸ, ວັດທະນະທຳທາງຈິດວິນຍານຂອງຊາດ ຫວຽດນາມ, ຂອງ ຊາວ ຫວຽດນາມ ແມ່ນກົກເຂົ້າເຫງົ້າກໍ່ຂອງກຳລັງແຮງອະດິດຕະການ ແລະ ອະນາຄົດຂອງຊາດ ຫວຽດນາມ.”