ທ່ານເລຂາທິການໃຫຍ່ Nguyen Phu Trong ອ່ານສູນທອນພົດນະພິທີ
ພາບ:TTXVN
|
(vovword) - ຕອນເຊົ້າວັນທີ 18/7 ຢູ່ ຮ່າໂນ້ຍ, ໄດ້ຈັດງານໂຮມຊຸມນຸມມິດຕິງ ລະນຶກ 50 ປີ ແຫ່ງວັນສ້າງສາຍພົວພັນທາງການທູດ (05/09/1962 - 05/09/2012) ແລະ 35 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ, ລາວ - ຫວຽດນາມ (18/7/1977 - 18/7/2012). ເປັນກຽດເຂົ້າຮ່ວມພິທີ ມີທ່ານ Nguyen Phu Trong ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ທ່ານປະທານປະເທດ ຫວຽດນາມ Truong Tan Sang, ທ່ານນາຍົກລັດຖະມົນຕີ Nguyen Tan Dung, ທ່ານປະທານສະພາແຫ່ງຊາດ ຫວຽດນາມ Nguyen Sinh Hung, ທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດ, ຫົວຫນ້າຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ສປປ ລາວ. ນະພິທີ, ທ່ານ ເລຂາທິການໃຫຍ່ Nguyen Phu Trong ຊີ້ແຈງວ່າ: ຍາມໃດ ພັກ ແລະ ປຊຊ ຫວຽດນາມ ກໍຮັບຮູ້ຢ່າງເລິກເຊິ່ງວ່າ ໄຊຊະນະໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ໂຮມປະເທດຊາດເປັນເອກະພາບ ກ່ອນນີ້ ກໍຄືບັນດາຜົນງານໃນກິດຈະການປ່ຽນແປງໃຫມ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປະຈຸບັນ ກໍລ້ວນແຕ່ຕິດພັນກັບຄວາມສາມັກຄີ, ການສະຫນັບສະຫນູນ ແລະ ການຊ່ວຍເຫລືອຂອງພັກ, ລັດ ແລະ ປຊຊ ລາວບັນດາເຜົ່າ. ທ່ານເລຂາທິການໃຫຍ່ Nguyen Phu Trong ເນັ້ນຫນັກວ່າ:
“ຍິ່ງກວ່າເວລາໃດໝົດ, ພວກເຮົາຕ້ອງປັບປຸງ, ເພີ່ມທະວີພັດທະນາສາຍພົວພັນສາມັກຄີແບບພິເສດ, ການຮ່ວມມືມິດຕະພາບຮອບດ້ານລະຫວ່າງ 2 ປະເທດ ຫວຽດນາມ ແລະ ລາວ ຍິ່ງກວ່າອີກ, ແລະ ຖືວ່າ: ເຖິງວ່າປະສົບກັບຄວາມຫຍຸ້ງຍາກລຳບາກຄືແນວໃດກໍຕາມ, ແຕ່ຄວາມຮັກແພງສະຫນິດຕິດພັນລະຫວ່າງສອງປະເທດບໍ່ສາມາດປ່ຽນແປງໄດ້. ພວກເຮົາໝັ້ນໝາຍຈະປົກປັກຮັກສາສາຍພົວພັນແບບພິເສດ ຫວຽດນາມ ລາວ ໃຫ້ໝັ້ນຄົງ. ຕັດສິນໃຈ ພ້ອມກັບພັກ, ລັດ ແລະ ປຊຊ ລາວອ້າຍນ້ອງ ພັດທະນາ ແລະ ເພີ່ມພູນຄູນສ້າງ, ຊຸກຍູ້ສາຍພົວພັນນີ້ໃຫ້ນັບມື້ນັບພັດທະນາຢ່າງແຂງແຮງ ແລະ ເຂົ້າສູ່ລວງເລິກ, ຖືວ່າ ນີ້ແມ່ນຊັບສົມບັດອັນລ້ຳຄ່າ ຕ້ອງສືບທອດໃຫ້ຄົນລຸ້ນຫລັງ.”
ທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດ ລາວ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນຖືກຕ້ອງ ແລະ ປີຊາສາມາດຂອງພັກກອມມູນິດ ຫວຽດນາມ, ການປະຕິບັດຈຸດໝາາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມຍຸຕິທຳ, ປະຊາທິປະໄຕ ແລະ ສີວິໄລ ຈະປະກົດຜົນເປັນຈິງໂດຍໄວ.