ບັນດາຜູ້ແທນເຂົ້າຮ່ວມພິທີສະເຫລີມສະຫລອງ
ພາບ:baoQDND
|
(vovworld)- ນີ້ແມ່ນຫນຶ່ງໃນບັນດາເຫດການໃຫຍ່ຖືກຈັດຂຶ້ນເນື່ອງໃນໂອກາດສະເຫລີມສະຫລອງ 70 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2/9. ງານໂຮມຊຸມນຸມສະເຫລີມສະຫລອງ 70 ປີແຫ່ງວັນໄຂກອງປະຊຸມໃຫຍ່ສະພາແຫ່ງຊາດ ເຕີນຈ່າວ ດຳເນີນໄປຢ່າງສົມກຽດໃນຕອນເຊົ້າວັນທີ 16/8 ຢູ່ ຕາແສງ ເຕີນຈ່າວ ເມືອງ ເຊີນເຢືອງ ແຂວງ ຕວຽນກວາງ. ເຂົ້າຮ່ວມງານໂຮມຊຸມນຸມ ມີທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ, ອະດີດເລຂາທິການໃຫຍ່ ນົງດືກແມ້ງ, ອະດີດປະທານປະເທດ ເຈີນດືກເລືອງ, ທ່ານນາງ ຫງວຽນທິຢວານ, ຮອງປະທານປະເທດ, ທ່ານນາງ ຕ່ອງທິຟອງ, ຫງວຽນທິກີມເງິນ, ຮອງປະທານສະພາແຫ່ງຊາດ, ທ່ານ ຟ້າມບີງມີງ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ, ພ້ອມດ້ວຍ ຜູ້ຕາງຫນ້າບັນດາກະຊວງ, ຂະແຫນງການຕ່າງໆ ແລະ ນັກຮົບປະຊາຊົນແຂວງ ຕວຽນກວາງເປັນຈຳນວນຫລວງຫລາຍ.
ກ່າວຄຳເຫັນທີ່ພິທີ, ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ໄດ້ເນັ້ນຫນັກວ່າ: ກອງປະຊຸມໃຫຍ່ສະພາແຫ່ງຊາດ ເຕີນຈ່າວ ມີລັກສະນະປະຫວັດສາດ ໂດຍປະທານໂຮ່ຈິມີນ ເຕົ້າໂຮມ ຜູ້ແທນ 60 ຄົນທີ່ຕາງຫນ້າໃຫ້ 3 ພາກຄື: ພາກເຫນືອ, ພາກກາງ ແລະ ພາກໃຕ້. ເຫດການສຳຄັນນີ້ໄດ້ຮັບການຈັດຕັ້ງຂຶ້ນໃນວັນທີ 16 ແລະ 17/8/1945 ຢູ່ຕາແສງ ເຕີນຈ່າວ ເມືອງ ເຊີນເຢືອງ. ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ເນັ້ນຫນັກວ່າ:
“ເສີມຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ສະພາແຫ່ງຊາດ, ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ໝັ້ນໝາຍມານະພະຍາຍາມສູ້ຊົນ, ສາມັກຄີ ເປັນຈິດຫນຶ່ງໃຈດຽວ ຍາດແຍ່ງກາລະໂອກາດ ຜ່ານຜ່າຄວາມຫຍຸ້ງຍາກ ສິ່ງທ້າທາຍ ຍູ້ແຮງກິດຈະການປ່ຽນແປງໃຫມ່ຢ່າງຮອບດ້ານ, ຄົບຊຸດ, ປົກປັກຮັກສາປະເທດຊາດໃຫ້ໝັ້ນຄົງ, ນຳປະເທດນັບມື້ນັບພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບອີ່ມຫນຳສຳລານພູນສຸກ.”