(vovworld) - ຕອນເຊົ້າວັນທີ 25/1, ຢູ່ຮ່າໂນ້ຍ, ໄດ້ຈັດງານໂຮມຊຸມນຸມສະເຫຼີມສະຫຼອງ 40 ປີແຫ່ງວັນເຊັນສັນຍາປາຣີ ກ່ຽວກັບການຢຸດຕິສົງຄາມ, ສ້າງສັນຕິພາບຄືນໃໝ່ຢູ່ຫວຽດນາມ ໂດຍມີການເຂົ້າຮ່ວມຂອງທ່ານເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ຫງວຽນຟູຈ້ອງ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ພ້ອມດ້ວຍບັນດານັກປະຕິວັດຜູ້ອາວຸໂສ, ການນຳບັນດາກະຊວງ ຂະແໜງການຢູ່ສູນກາງ ແລະ ຮ່າໂນ້ຍ, ບັນດາແມ່ຫວຽດນາມ ວິລະຊົນ, ຕົວພະຍານຫຼັກຖານ, ຜູ້ຕາງໜ້າໃຫ້ແກ່ຂະບວນການສາກົນສະໜັບສະໜູນຫວຽດນາມ ໃນການເຈລະຈາປາຣີ, ຜູ້ຕາງໜ້າອົງການທູຕານຸທູດຕ່າງປະເທດຈຳນວນໜຶ່ງປະຈຳຮ່າໂນ້ຍ.
ກ່າວຄຳເຫັນທີ່ງານໂຮມຊຸມນຸມ, ທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ເນັ້ນໜັກວ່າ: ສັນຍາປາຣີ ກ່ຽວກັບການຢຸດຕິສົງຄາມ, ສ້າງສັນຕິພາບຄືນໃໝ່ຢູ່ຫວຽດນາມ ໄດ້ຮັບການລົງນາມໃນ 40 ປີກ່ອນ ແມ່ນການເຈລະຈາຍາວນານ, ຫຍຸ້ງຍາກ, ສັບສົນທີ່ສຸດ ແລະ ໄດ້ຮັບໄຊຊະນະທີ່ສະຫງ່າອົງອາດທີ່ສຸດໃນປະຫວັດສາດຂອງຂະແໜງການ ທູດຫວຽດນາມ.
“ໄປພ້ອມກັບການຕໍ່ສູ້ໃນການເຈລະຈາ, ບັນດາການເຄື່ອນໄຫວເພື່ອສະແຫວງຫາຫາງສຽງສາກົນຢູ່ກອງປະຊຸມປາຣີ ໄດ້ເຮັດໃຫ້ປະຊາຊົນໂລກ ເຂົ້າໃຈແຈ້ງຄວາມເປັນທຳຂອງສົງຄາມປົດປ່ອຍ ແລະ ເຈດຕະນາດີເພື່ອສັນຕິພາບຂອງປະຊາຊົນຫວຽດນາມ, ເຜີຍແບ່ເລ່ຫຼ່ຽມ, ກົນອຸບາຍທີ່ມືດມົວ, ລັກສະນະອະທຳ, ໂຫດຮ້າຍຂອງສົງຄາມຮຸກຮານ; ປະກອບສ່ວນສຳຄັນສ້າງເປັນຂະບວນການປະຊາຊົນໂລກຕ້ານອາເມລິກາ ແລະ ສະໜັບສະໜູນຫວຽດນາມ ຢ່າງກວ້າງຂວາງ. ການສະໜັບສະໜູນຂອງເພື່ອນມິດສາກົນ ໄດ້ກາຍເປັນພາກສ່ວນໜຶ່ງຂອງປະຫວັດສາດແຫ່ງການຕໍ່ສູູ້້ຕ້ານສັດຕູຜູ້ຮຸກຮານຂອງປະຊາຊົນຫວຽດນາມ, ເພື່ອເອກະລາດ, ເສລີພາບແຫ່ງຊາດ ແລະ ກໍເພື່ອຄວາມເປັນທຳ ແລະ ຄວາມຍຸດຕິທຳຢູ່ໃນໂລກ.”
ກ່າວຄຳເຫັນທີ່ພິທີ, ທ່ານນາງ Helene Luc, ສະມາຊິກສະພາສູງກິຕິມະສັກສະພາສູງຝລັ່ງ, ປະທານສະມາຄົມມິດຕະພາບຝລັ່ງ - ຫວຽດນາມ ໄດ້ຖືວ່າ.
“ຈັດພິທີຄືແນວນີ້ແມ່ນຈຳເປັນທີ່ສຸດ ເພື່ອຫວນຄືນມູນເຊື້ອວິລະຊົນຂອງຊາດຫວຽດນາມ, ດ້ວຍຄວາມສາມັກຄີສາກົນ ຫວຽດນາມ ຍາດໄດ້ໄຊຊະນະແມ່ນສິ່ງທີ່ແນ່ນອນ. ຢູ່ Choisy le Roi ພວກຂ້າພະເຈົ້າກໍຈັດຕັ້ງວັນເຊັນສັນຍາປາຣີ. ເພື່ອເລ່ົາໃຫ້ລຸ້ນໜຸ່ມໃນປະເທດຕົນກ່ຽວກັບລັດທິວິລະຊົນຂອງພວກເພື່ອນ, ກ່ຽວກັບຄວາມສາມັກຄີຢ່າງເລີກເຊິ່ງ ແລະ ສະໜິດແໜ້ນລະຫວ່າງ 2 ຊາດພວກເຮົາ”.
ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ມອບນາມມະຍົດນັກວິລະຊົນກຳລັງປະກອບອາວຸດປະຊາຊົນໃຫ້ແກ່ 2 ຄະນະເຈລະຈາຂອງລັດຖະບານສາທາລະນະລັດປະຊາທິປະໄຕຫວຽດນາມ ແລະ ລັດຖະບານປະຕິວັດຊົ່ວຄາວສາທາລະນະລັດພາກໃຕ້ຫວຽດນາມ ເຊິ່ງໄດ້ມີຜົນງານດີເດັ່ນໃນວິວັດການຕໍ່ຕ້ານ ຕ້ານຈັກກະພັດອາເມລິກາ ກູ້ຊາດ.