ຈັດກອງປະຊຸມກ່ຽວກັບວຽກງານຮັບປະກັນຄວາມສະຫງົບປອດໄພໃຫ້ແກ່IPU132
ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກວດກາ
ສະຖານທີ່ດຳເນີນກອງປະຊຸມໃຫຍ່ IPU 132
ພາບ:chinhphu.vn
|
(vovworld)- ຕອນເຊົ້າວັນທີ 28/2 ຢູ່ ຮ່າໂນ້ຍ, ຄະນະຈັດຕັ້ງກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດໂລກຄັ້ງທີ 132 (IPU 132) ໄດ້ຈັດກອງປະຊຸມກັບບັນດາກະຊວງ, ຂະແຫນງການກ່ຽວຂ້ອງເພື່ອກວດກາລະດັບການກະກຽມວຽກງານຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດໂລກ. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຮອງຫົວຫນ້າຄະນະຊີ້ນຳຂັ້ນລັດກ່ຽວກັບການຈັດຕັ້ງ ກອງປະຊຸມ ໃຫນ່ IPU 132 ໄດ້ນເນັ້ນຫນັກວ່າ: ນີ້ແມ່ນເຫດການການຕ່າງປະເທດສຳຄັນ ແລະ ມີຂອບຂະຫນາດໃຫຍ່ສຸດນັບແຕ່ກອ່ນມາຮອດປະຈຸບັນ ຊື່ງຫວຽດນາມ ເປັນເຈົ້າພາບຈັດຕັ້ງ. ເລື່ອງຈັດຕັ້ງກອງປະຊຸມໃຫຍ່ IPU 132 ສຳເລັດ ຈະຍົກສູງບົດບາດ, ອິດທິພົນຊື່ສຽງຂອງສະພາແຫ່ງຊາດຫວຽດນາມໃນ ສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດໂລກກວ່າອີກ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາປະເທດໃນໂລກ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃສ່ໃຈບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນຕ່າງໆ ຄວນສຸມໃສ່ກວດກາ, ວາງແຜນການໃຫ້ສຳເລັດເພື່ອຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ກອງປະຊຸມໃຫຍ່ IPU 132.