(VOVWORLD) - ໃນລະຫວ່າງວັນທີ 10 - 15 ທັນວາ, ແຂວງກາເມົາ ຈະຈັດຕັ້ງ “ສັບປະດາວັດທະນະທໍາ - ການທ່ອງທ່ຽວ ແຫຼມກາເມົາ ປີ 2019”. ນີ້ແມ່ນເຫດການໃຫຍ່ ໂດຍມີການເຂົ້າຮ່ວມຂອງບັນດາກອງສິລະປະກອນພາຍໃນປະເທດ ແລະ ສາກົນ ດ້ວຍບັນດາການເຄື່ອນໄຫວຫຼາຍຮູບຫຼາຍແບບ ແລະ ອຸດົມສົມບູນ.
ແຂກທ່ອງທ່ຽວເຂົ້າໄປທ່ຽວຊົມສວນສາທາລະນະວັດທະນະທໍາ ແລະ ທ່ອງທ່ຽວ ແຫຼມກາເມົາ ໃນສັບປະດາດໍາເນີນງານບຸນ (ພາບ: VOV) |
ສັບປະດາວັດທະນະທໍາ - ການທ່ອງທ່ຽວ ແຫຼມກາເມົາ ປີ 2019 ມີບັນດາການເຄື່ອນໄຫວພົ້ນເດັ່ນຄື: ງານຕະຫຼາດນັດ ການຄ້າ ແລະ ທ່ອງທ່ຽວ ກາເມົາ ປີ 2019; ເທດສະການອາຫານ; ງານແຂ່ງຂັນສະແດງລະຄອນຂັບກ໋າຍເລືອງເທິງເວທີ ດ້ວຍຫົວຂໍ້ “ສີສັນ ກື໋ວລອງ”. ພ້ອມກັນນັ້ນ ຍັງມີງານມະໂຫລານສະແດງສິລະປະຂອງບັນດາກອງສິລະປະກອນ ກວານເຮາະ ບັກຢາງ, ຂັບແຈ່ວນິງບິ່ງ, ຄ້ອງໄຕງວຽນ, ກາຍຍະສິນຮ່າໂນ້ຍ... ພ້ອມດ້ວຍການເຄື່ອນໄຫວອື່ນໆອີກດ້ວຍ.
ເຫດການດັ່ງກ່າວຖືກຈັດຂຶ້ນ ເພື່ອແນໃສ່ແນະນໍາ, ໂຄສະນາກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງໃນການພັດທະນາເສດຖະກິດ, ວັດທະນະທໍາ - ການທ່ອງທ່ຽວຂອງ ກາເມົາ ເຖິງບັນດາທ້ອງຖິ່ນພາຍໃນປະເທດ ແລະ ເພື່ອນມິດສາກົນ.