(VOVWORLD) - ງານວາງສະແດງ “ມໍລະດົກວັດທະນະທຳເຂດທະເລ, ໝູ່ເກາະ ຫວຽດນາມ” ຈະດຳເນີນໃນລະຫວ່າງວັນທີ 27 ສິງຫາ ຫາວັນທີ 3 ກັນຍາ ຢູ່ນະຄອນ ຟານທຽດ, ແຂວງ ບິ່ງທ້ວນ.
ພາບປະກອບ: ຄະນະຈັດຕັ້ງ |
ນີ້ແມ່ນການເຄື່ອນໄຫວນອນໃນຂອບເຂດປີທ່ອງທ່ຽວແຫ່ງຊາດ 2023 ດ້ວຍຫົວຂໍ້ “ບິ່ງທ້ວນ - ເຕົ້າໂຮມສີຂຽວ” ເພື່ອແນໃສ່ໂຄສະນາ, ເຊີດຊູບັນດາມູນຄ່າມໍລະດົກວັດທະນະທຳເປັນວັດຖຸ, ບໍ່ເປັນວັດຖຸ ແລະ ຜະລິດຕະພັນການທ່ອງທ່ຽວທີ່ພົ້ນເດັ່ນຂອງເຂດທະເລ, ໝູ່ເກາະ ຫວຽດນາມ.
ໃນງານວາງສະແດງ ຈະມີເຂດວາງສະແດງລວມດ້ວຍຫົວຂໍ້ “ມໍລະດົກວັດທະນະທຳທະເລ, ໝູ່ເກາະ ຫວຽດນາມ” ດ້ວຍພາບຖ່າຍ, ວັດຖຸພັນ ກ່ວາ 270 ຢ່າງ ເພື່ອສ້າງແງ່ມູມສັງລວມກ່ຽວກັບເຂດທະເລ, ໝູ່ເກາະ ຫວຽດນາມ. ໃນຂອບເຂດງານວາງສະແດງຍັງມີເຂດວາງສະແດງ “ສີສັນມໍລະດົກວັດທະນະທຳ, ທະເລໝູ່ເກາະ” ຂອງບັນດາແຂວງ, ນະຄອນ.