ຈັດຕັ້ງເວທີປາໄສ ຫວຽດນາມ ຢູ່ ອາເມລິກາ

ຈັດຕັ້ງເວທີປາໄສ ຫວຽດນາມ  ຢູ່ ອາເມລິກາ - ảnh 1
ທ່ານຫງວຽນກວັກເກື່ອງ ເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ
ພາບປະກອບ: baomoi.com

(vovworld) - ວັນ​ທີ 5/3, ສະຖານ​ທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ​ໄດ້​ຈັດ​ຕັ້ງ​ເວທີ​ປາ​ໄສ​ຫວຽດນາມ​ຂຶ້ນຢ່າງ​ເປັນ​ທາງ​ການ ​ແລະ ການ​ພົບ​ປະແລກປ່ຽນ​ໂຕະມົນ​​ເປັນຄັ້ງ​ທຳ​ອິດກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ຫວຽດນາມ ພາຍ​ໃຕ້​ເນື້ອ​ໃນ​ຈິດ​ໃຈ​ຂອງ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 11 ຂອງ​ພັກກອມ​ມູນິດ​ຫວຽດນາມ. ​ເວທີ​ປາ​ໄສ​ຫວຽດນາມ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ​ເພື່ອ​ຈຸດປະສົງ​ເພີ່ມ​ທະວີ​ການ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ຫົວ​ເລື່ອງ​ທີ່​ກ່ຽວຂ້ອງ​ເຖິງ​ຫວຽດນາມ ​ແລະ ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ. ນີ້​ກໍ​ແມ່ນ​ຊ່ອງ​ເພື່ອ​ໃຫ້​ສະຖານທູດ​ຫວຽດນາມ ​ເປີດ​ກວ້າງ​ການ​ພົວພັນ​ກັບ​ບັນດາ​ນັກຮຽນ​ຮູ້, ນັກ​ວາງ​ແຜນ​ນະ​ໂຍບາຍ ​ແລະ ຮັບ​ຟັງ​ຄຳ​ເຫັນ​ຂອງ​ເຂົາ​ເຈົ້າ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ຄວາ​ມໝັ້ນຄົງ ​ແລະ ການ​ພັດທະນາ​ຂອງ​ຫວຽດນາມ.

        ທີ່​ການ​ພົບ​ປະ​ສົນທະນາ​ໂຕະມົນ​ນັ້ນ, ທ່ານ ຫງວຽນ​ກວັກ​ເກື​່ອງ ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ​ໄດ້​ສະ​ເຫ​ນີບັນດາ​ຈຸດໝາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ຮອດ​ປີ 2020 ​ແລະ ຊີ້​ໃຫ້​ເຫັນ​ຈຸດ​ໃຫມ່​ໃນ​ແນວທາງ, ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ພິ​ເສດ​ແມ່ນ​ແຜນ​ນະ​ໂຍບາຍ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຜັນ​ຂະຫຍາຍ​ການ​ພົວພັນ​ຕ່າງປະ​ເທດຢ່າງ​ຄົບ​ຊຸດ ​ແລະ ຮອບດ້ານ, ຫວຽດນາມ ​ແມ່ນ​ສະມາຊິກ​ຕັ້ງຫນ້າ ມີ​ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ໂລກ.

 

ຕອບກັບ

ຂ່າວ/ບົດ​ອື່ນ