ວາລະປະຊຸມລະດັບລັດ ເພື່ອພິຈາລະນາການມອບລາງວັນໂຮ່ຈິມິນ, ລາງວັນແຫ່ງລັດກ່ຽວກັບວັນນະຄະດີ, ສິລະປະປີ 2016
(ພາບ:vanhocnghethuathatinh.org.vn)
|
(vovworld)- ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຫາກໍປະກາດໃຊ້ຂໍ້ຕົກລົງແຜນການຈັດພິທີມອບລາງວັນໂຮ່ຈິມິນ, ລາງວັນແຫ່ງລັດກ່ຽວກັບວັນນະຄະດີ, ສິລະປະປີ 2016 ຊຶ່ງຈະຈັດຂຶ້ນຢູ່ຮ່າໂນ້ຍໃນວັນທີ 30/9 ໜ້ານີ້. ໃນການພິຈາລະນາມອບລາງວັນຄັ້ງນີ້, ມີສຳເນົາເອກະສານ 18 ຊຸດມີເງື່ອນໄຂພຽງພໍເພື່ອລາຍງານຕໍ່ນາຍົກລັດຖະມົນຕີ ເພື່ອຍື່ນສະເໜີປະທານປະເທດຕົກລົງມອບລາງວັນໂຮ່ຈິມິນກ່ຽວກັບວັນນະຄະດີ, ສິລະປະປີ 2016 ແລະ ມີ ສຳເນົາເອກະສານ 95 ຊຸດມີເງື່ອນໄຂພຽງພໍເພື່ອລາຍງານຕໍ່ນາຍົກລັດຖະມົນຕີ ເພື່ອຍື່ນສະເໜີປະທານປະເທດຕົກລົງມອບລາງວັນແຫ່ງລັດກ່ຽວກັບວັນນະຄະດີ, ສິລະປະປີ 2016.