ຈຸດເວລານີ້ ຫວຽດນາມແມ່ນຈຸດນັດພົບທີ່ປອດໄພໃຫ້ແກ່ແຂກທ່ອງທ່ຽວ
(VOVWORLD) -ວັນທີ 13 ກຸມພາ, ທ່ານ ຫງວຽນຈຸ່ງແຄັ໊ງ ຫົວໜ້າກົມໃຫຍ່ການທ່ອງທ່ຽວ ຫວຽດນາມ ໄດ້ສົ່ງຈົດໝາຍໄປໃຫ້ເພື່ອນມິດ ແລະ ຄູ່ຮ່ວມມືສາກົນ ຂອງ ຂະແໜງການທ່ອງທ່ຽວ, ແຈ້ງໃຫ້ຊາບກ່ຽວກັບການທ່ອງທ່ຽວ ຂອງ ຫວຽດນາມ ພວມຕັ້ງໜ້າຮັບມືກັບບັນດາຜົນກະທົບຈາກເຊື້ອພະຍາດ COVID – 19, ທ່ານຢັ້ງຢືນວ່າ ບັນດາສະຖານທີ່ທ່ອງທ່ຽວຍັງເປີດປະຕູຕ້ອນຮັບແຂກເປັນປົກກະຕິ.
ພະຍັກງານການແພດທະຫານຊາຍແດນ ນະຄອນ ໂຮ່ຈີມິນ ກວດພະຍາດ ແລະ ແຈກຜ້າອັດປາກໃຫ້ແກ່ແຂກທ່ອງທ່ຽວກ່ຳປັ່ນ Odyssey-Nassau (ພາບ: TTXVN)
|
ໃນຈົດໝາຍ, ທ່ານ ຫງວຽນຈຸ່ງແຄ໊ງ ໄດ້ແຈ້ງວ່າ: ນັບແຕ່ເມື່ອເກີດເຊື້ອພະຍາດຈົນຮອດ ເວລາ ທີ່ລັດຖະບານ ຫວຽດນາມ ປະກາດເຊື້ອພະຍາດຢ່າງເປັນທາງການໃນວັນທີ 1 ກຸມພາ 2020, ຫວຽດນາມ ຄວບຄຸມເຊື້ອພະຍາດໄດ້ເປັນຢ່າງດີ. ບັນດາມາດຕະການປິ່ນປົວ, ປ້ອງກັນຄວບຄຸມພະຍາດໄດ້ເສີມຂະຫຍາຍຢ່າງມີປະສິດທິຜົນ, ດັ່ງນັ້ນບໍ່ມີສະພາບການແຜ່ລະບາດເຊື້ອ COVID – 2019 ໃນວົງຄະນະຍາດ ຢູ່ ຫວຽດນາມ. ດ້ວຍການຄວບຄຸມຢ່າງມີປະສິດທິຜົນ, ມາດຕະການປ້ອງກັນ, ຄວບຄຸມເຊື້ອພະຍາດພວມໄດ້ຮັບການຜັນຂະຫຍາຍໃນທຸກໆທ້ອງຖິ່ນ, ສະຖານທີ່ທ່ອງທ່ຽວ, ຂະແໜງທ່ອງທ່ຽວຫວຽດນາມ ຢັ້ງຢືນວ່າ ແຂກທ່ອງທ່ຽວມາຫວຽດນາມໃນຈຸດເວລານີ້ ຍາມໃດກໍ່ໄດ້ຮັບປະກັນຄວາມປອດໄພ.