ຈີນຄັດຄ້ານບັນດາຄຳສັ່ງລົງໂທດພຽງລຳພັງຝ່າຍດ່ຽວນອກສະຫະປະຊາຊາດ
ຈີນຄັດຄ້ານບັນດາຄຳສັ່ງລົງໂທດພຽງລຳພັງຝ່າຍດ່ຽວນອກສະຫະປະຊາຊາດ
(ພາບ: ກະຊວງການຕ່າງປະເທດຈີນ/TTXVN)
(vovworld) - ວັນທີ 2/12, ຈີນຢືນຢັນວ່າປະເທດນີ້ຍາມໃດກໍ່ຄັດຄ້ານບັນດາຄຳສັ່ງລົງໂທດພຽງລຳພັງຝ່າຍດຽວຂອງບໍ່ວ່າປະເທດໃດທີ່ເລັ່ງໃສ່ປະເທດອື່ນ. ຄຳຖະແຫຼງດັ່ງກ່າວຂອງ ຈີນ ຖືກຍົກອອກມາ, ພາຍຫຼັງ ສເກົາຫຼີ ແລະ ຍີ່ປຸ່ນໄດ້ແຈ້ງໃຫ້ຊາບແຜນການເພີ່ມທະວີຄຳສັ່ງລົງໂທດ ສປປ ເກົາຫຼີ ເພື່ອແນໃສ່ໂຕ້ຕອບເຫດທົດລອງນິວຄະເລຍຂອງ ພຽງຢາງ ເມື່ອເດືອນ 9. ກະຊວງການຕ່າງປະເທດຈີນຖືວ່າ, ສະພາບການຢູ່ແຫຼມເກົາຫຼີໃນປະຈຸບັນພວມສັບສົນ ແລະ ສະດຸງໄວ, ຍ້ອນເຫດນັ້ນບັນດາຝ່າຍກ່ຽວຂ້ອງຄວນເຮັດວຽກນຳກັນເພື່ອສະກັດກັ້ນບັນດາການກະທຳທີ່ສາມາດກໍ່ໃຫ້ເກີດສະພາບຮ້າຍແຮງ ແລະ ເພີ່ມຄວາມເຄັ່ງຕຶງຂຶ້ນຕື່ມ.