ຈີນພົບເຫັນກໍລະນີຕິດH7N9ທຳອິດໃນປີ2015
ການກວດກາສັກປິກຢູ່ນະຄອນ ເຊີນເຈີນ, ແຂວງ ກ໋ວາງຕູງ, ພາກໃຕ້ປະເທດ ຈີນ
(ພາບ: ສຳນັກຂ່າວສານ ຊິນຮວາ/TTXVN)
|
(vovworld) – ວັນທີ 5/1, ຄະນະກຳມະການການແພດ ແລະ ວາງແຜນຄອບຄົວນະຄອນ ເຊີນເຈີນ, ແຂວງ ກ໋ວາງຕູງ, ພາກໃຕ້ປະເທດ ຈີນ ໄດ້ຮັບຮູ້ກໍລະນີຕິດໄວຣັດ H7N9 ທຳອິດໃນປີ 2015. ຄົນເຈັບແມ່ນນ້ອງຍິງອາຍຸ 6 ປີ, ຢູ່ນະຄອນ ເຊີນເຈີນ ປະຈຸບັນ, ສຸຂະພາບຂອງຄົນເຈັບຜູ້ນີ້ຍັງເປັນປົກກະຕິ, ບໍ່ເປັນໄຂ້, ບໍ່ເປັນປອດອັກເສບ ແລະ ໄດ້ຮັບການແຍກອອກໃນໂຮງໝໍແຫ່ງໜຶ່ງໃນນະຄອນ. ນີ້ແມ່ນກໍລະນີຕິດໄວຣັດ H7N9 ທີ 2 ໄດ້ພົບເຫັນຢູ່ນະຄອນ ເຊີນເຈີນ ນັບແຕ່ຕົ້ນລະດູໜາວມາຮອດປະຈຸບັນ. ກ່ອນນັ້ນ, ວັນທີ 30/12/2014 ຄະນະກຳມະການການແພດ ແລະ ວາງແຜນຄອບຄົວນະຄອນ ເຊີນເຈີນ ໃຫ້ຮູ້ວ່າ: ມີຄົນເຈັບຍິງຄົນໜຶ່ງອາຍຸ 35 ປີຕ້ອງເຂົ້າໂຮງໝໍໃນອາການເປັນພະຍາດໜັກ.