ຈີນສະໜັບສະໜູນສປຊອອກມະຕິໃໝ່ມຸ່ງໄປເຖິງການເຊື່ອມຕໍ່ການເຈລະຈານິວເຄຼຍກັບສປປ.ເກົາຫຼີຄືນໃໝ່

ຈີນສະໜັບສະໜູນສປຊອອກມະຕິໃໝ່ມຸ່ງໄປເຖິງການເຊື່ອມຕໍ່ການເຈລະຈານິວເຄຼຍກັບສປປ.ເກົາຫຼີຄືນໃໝ່ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ວ່​າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ວາງ​ອີ
(ພາບ​ປະ​ກອບ​ອີນ​ເຕີ​ແນັດ)


(vovworld) –​ ວັນ​ທີ 27/01, ກ່າວ​ຄຳ​ເຫັນທີ່​ກອງ​ປະ​ຊຸມ​​ຂ່າວ ພາຍ​ຫຼັງ​​ທີ່ມີ​ການ​ພົບ​ປະ​ກັບ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວ​ງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ທີ່​ພ​ວມ​ຢ້​ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ປັກ​ກິງ, ທ່ານ​ລັດ​ຖະ​ມົນ​ຕີ​ວ່​າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ວາງ​ອີ ໃຫ້​ຮູ້​ວ່າ, ຈີນ ເຫັນ​ດີ​ເປັນ​ເອ​ກະ​ສັນ​ໂດຍ​ຖື​ວ່າ ສະ​ພາ​ຄວາມ​ໝັ້​ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ຄວນ​ມີ​ການ​ກະ​ທຳ​ຕໍ່​ໄປ ແລະ ຮັບ​ຮອງ​ເອົາ​ມະ​ຕິ​ສະ​ບ​ັບ​ໃໝ່​ກ່ຽ​ວ​ກັບ​​ສ​ປ​ປ.ເກົາ​ຫຼີ ພາຍ​ຫຼັງ​ການ​ທົ​ດ​ລອງ​ນິວ​ເຄຼຍ ຄັ້ງ​ທີ 4 ຂອງ​ພຽງ​ຢາງ ເມື່ອ​ວັນ​ທີ 06/01 ຜ່ານ​ມາ, ເຊິ່ງ​ປະ​ເທດນີ້​ຖະ​ແ​ຫຼງວ່າ​ແມ່ນ​ລະ​ເບີດ​ນິວ​ເຄຼຍ. ຕາມ​ທ່ານ​ແລ້ວ, ມະ​ຕິ​ສະ​ບັບ​ໃໝ່​ຕ້ອງ​ມ​ຸ່ງ​ໄ​ປ​ເຖິງ​ເລື່ອງ​ນຳ​ບັນ​ຫາ​ນິວ​ເຄຼຍ​ໃນ​ແຫຼມ​ເກົາ​ຫຼີ ​ເຂົ້າ​ໃນ​ການ​ເຈ​ລະ​ຈາ ​ແມ່ນ​ດີກວ່າເລື່ອງ​ເຮັດ​ໃຫ້​ສະ​ພາບ​​ການ​ຢູ່​ແຫຼມ​ນີ້​ເຄັ່ງ​ຕຶງ ແລະ ສັບ​ສົນ​ຍິ່ງ​ຂຶ້ນ. ທ່ານ​ວາງ​ອີ ເນັ້ນ​ໜັກ​ວ່າ, ຈີນ ພ້ອມ​ແລ້ວ​ທີ່​ຈະ​ຮັກ​ສາ​ບັນ​ດາ​ການ​ທາບ​ທາມ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງ ແລະ ຮອບ​ດ້ານ​ກັບ​ທຸກ​ຝ່າຍ​ຢ່າງ​ມີ​ຄວາມ​ຮັບ​ຜິ​ດ​ຊອບ. ທ່ານ​ກ​ໍ​ຊີ້​ແຈ້ງວ່າ, ເຫດ​ທົດ​ລອງ​ລະ​ເບີດ​ນິວ​ເຄຼຍ​ຜ່ານ​ມາ​ຂອງ​ສ​ປ​ປ.ເກົາ​ຫຼີ ແມ່ນ​ລະ​ເມີດ​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ແລະ ນາບ​ຂູ່​ເຖິງ​ລະ​ບົບ​ບໍ່​ແຜ່​ຂະ​ຫຍາຍ​ອາ​​ວຸດ​ນິວ​ເຄຼຍ​ສາ​ກົນ, ສະ​ນັ້ນ ຈີນ ຄັດ​ຄ້ານ​ການ​ກະ​ທຳ​ນີ້.

ຂ່າວ/ບົດ​ອື່ນ