ຈີນ-ອີຣານໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ
(ພາບປະກອບ)
(vovworld) – ໃນຂອບເຂດການຢ້ຽມຢາມອີຣານ, ວັນທີ 23/01, ທ່ານປະທານປະເທດຈີນ ສີຈີ້ນຜິງ ໄດ້ມີການພົບປະກັບທ່ານປະທານສະພາແຫ່ງຊາດອີຣານ Ali Larijani, ໃນນັ້ນ 2 ຝ່າຍໃຫ້ຄຳໝັ້ນສັນຍາຈະເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ. ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດ ສີຈິ້ນຜິງ ຢືນຢັນວ່າ, ຈີນ ສະໜັບສະໜູນບົດບາດກໍ່ສ້າງຂອງອີຣານ ໃນບັນດາບັນຫາພາກພື້ນ ແລະ ພ້ອມແລ້ວທີ່ຈະຮ່ວມມືກັບເຕເຣຣານ ຢ່າງແໜ້ນແຟ້ນ ເພື່ອແນໃສ່ຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນຢ່າງຍາວນານ. ຕາມທ່ານປະທານ ສີຈິ້ນຜິງ ແລ້ວ, ເລື່ອງແກ້ໄຂບັນຫານິວເຄຼຍຂອງອີຣານ ຢ່າງສົມເຫດສົມຜົນ ຈະຊ່ວຍຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນຕາເວັນອອກກາງ, ຕອບສະໜອງບັນດາຜົນປະໂຫຍດລວມຂອງພາກພື້ນ ແລະ ຢູ່ໃນໂລກ.