ຈີນເປີດນຳໃຊ້ປະພາຄານ 2 ດວງຢູ່ໝູ່ເກາະເຈືອງຊາຢ່າງຜິດກົດໝາຍ

ຈີນເປີດນຳໃຊ້ປະພາຄານ 2 ດວງຢູ່ໝູ່ເກາະເຈືອງຊາຢ່າງຜິດກົດໝາຍ - ảnh 1
ໜຶ່ງ​ໃນ​ຈຳ​ນວນປະ​ພາ​ຄານ 2 ດວງ​ທີ່ຈີນ​ໃຫ້​ກໍ່​ສ້້າງຢ່າງ​ຜິດ​ກົດ​ໝາຍ​ບົນ​ຫາດດອນ​ຫີນ ເຈົາ​ວຽນ​ທີ່​ຂຶ້ນ​ກັບ​ໝູ່​ເກາະ​ເຈືອງ​ຊາ​ຂອງ​ຫວຽດ​ນາມ

(vovworld)- ຫວ່າງມໍ່ໆ​ມານີ້, ຈີນ​ໄດ້​ເປີດ​ນຳ​ໃຊ້​ປະ​ພາ​ຄານ 2 ດວງ​ທີ່​ໃຫ້​ກໍ່​ສ້້າງຢ່າງ​ຜິດ​ກົດ​ໝາຍ​ບົນ​ຫາດດອນ​ຫີນ ເຈົາ​ວຽນ​ທີ່​ຂຶ້ນ​ກັບ​ໝູ່​ເກາະ​ເຈືອງ​ຊາ​ຂອງ​ຫວຽດ​ນາມ. ບໍ່​ຢຸດ​ຢູ່​ພຽງເທົ່າ​ນັ້ນ, ຈີນ​ຍັງ​ຖະແຫຼງຢ່າງບັງ​ອາດ​ວ່າ ຈະ​ໃຫ້​ກໍ່​ສ້າງ​ກິດ​ຈະ​ກຳ​ອື່ນໆ​ອີກຫຼາຍ​ແຫ່ງ​ບົນ​ຫາດ​ຫີນ​ທີ່​ເຂົ​າ​ເຈົ້າ​ພວມ​ຢຶດ​ຄອງ​ຢູ່​ໝູ່​ເກາະ​ເຈືອງ​ຊາ​ຂອງ​ຫວຽດ​ນາມ. ໄລ​ຍະ​ຜ່ານ​ມາ, ເລື່ອງຈີນໄດ້​ໃຫ້​ກໍໍ່​ສ້າງ, ຖົມ​ດິນ​ເປັນ​ເກາະ​ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່​ຢູ່​ໝູ່​ເກາະ​ເຈືອງ​ຊາ ໄດ້​ປະ​ສົບ​ກັບ​ການ​ຄັດ​ຄ້ານ​ຢ່າງ​ຮຸນ​ແຮງ​ຂ​ອງ​ຫວຽດ​ນາມ ແລະ ປະ​ຊາ​ຄົມ​ໂລກ. ລັດ​ຖະ​ບານ​ອາ​ເມ​ລິ​ກາ​ໄດ້​ຢືນ​ຢັນຫຼາຍ​ຄັ້​ງ​ແລ້ວ​ ກ່ຽວ​ກັບ​ເລື່ອງ​ຈີນ​ໃຫ້​ການກໍ່​ສ້າງ​ບັນ​ດາ​ກິດ​ຈະ​ກຳ​ຢ່າງ​ຜິດ​ກົດ​ໝາຍ​ພຽງ​ລຳ​ພັງ​ຝ່າຍ​ດຽວ ແມ່ນບໍ່​ຊ່ວຍ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ການຢັ້ງ​ຢືນ​ອະ​ຕິ​ປະ​ໄຕ​ຂອງ​ຕົນ, ກົງ​ກັນ​ຂ້າມ, ກໍ​ເປັນ​ການ​ນາບ​ຂູ່​ຄວາມ​ເສ​ລີ, ໝັ້ນ​ຄົງ​ໃນ​ການ​ເດີນ​ເຮືອ​ໃນ​ພາກ​ພື້ນ.
ຂ່າວ/ບົດ​ອື່ນ