ຈີນແລະລັດເຊຍລົງນາມໃນເອກະສານຮ່ວມມື2ຝ່າຍຫຼາຍສະບັບ
(ພາບປະກອບ: TTXVN)
(vovworld) – ວັນທີ 03/09, ຢູ່ປັກກິງ, ທ່ານປະທານປະເທດຈີນ ສີຈີນຜິງ ໄດ້ມີການເຈລະຈາກັບທ່ານປະທານາທິບໍດີລັດເຊຍ Vladimir Putin ເພື່ອປຶກສາຫາລືກ່ຽວກັບການຮ່ວມມື 2 ຝ່າຍ. ການເຈລະຈາຖືກດຳເນີນໄປພາຍຫຼັງການນຳ 2 ທ່ານເຂົ້າຮ່ວມພິທີສວນສະໜາມສະແດງກຳລັງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສິ້ນສຸດສົງຄາມໂລກຄັ້ງທີ 2 ຢູ່ໃຈກາງນະຄອນຫຼວງປັກກິງ ໃນຕອນເຊົ້າວັນດຽວກັນ. ທີ່ການເຈລະຈາ, ທ່ານ ສີຈີນຜິງ ຢືນຢັນວ່າ, ຈີນ ສືບຕໍ່ປະຕິບັດນະໂຍບາຍພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບລັດເຊຍ.
ສ່ວນທ່ານປະທານາທິບໍດີ Putin, ໃຫ້ຄຳໝັ້ນສັນຍາວ່າ, ຈະເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຈີນ ແລະ ໃຫ້ຮູ້ວ່າ, ລັດເຊຍ ປາດຖະໜາຢາກຮ່ວມມື 2 ຝ່າຍໃນບັນດາຂົງເຂດຄື: ພະລັງງານ, ອຸດສາຫະກຳນ້ຳມັນ, ການເງິນ…
ພາຍຫຼັງການເຈລະຈາ, ການນຳ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງຮ່ວມມືລະຫວ່າງ 2 ປະເທດກວ່າ 20 ສະບັບ, ໃນບັນດາຂົງເຂດຄື: ພະລັງງານ, ການຄ້າ ແລະ ການພົວພັນແລກປ່ຽນປະຊາຊົນ.