ຈີນແລະອີຣັກສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ
ທ່ານປະທານປະເທດ ສືຈີນຜິງ ແລະ
ທ່ານນາຍົກລັດຖະມົນຕີອີຣັກ Haider al Abadi
(ພາບ: TTXVN)
(vovworld) - ເນື່ອງໃນໂອກາດການຢ້ຽມຢາມຈີນ ຂອງທ່ານນາຍົກລັດຖະມົນຕີອີຣັກ Haider al Abadi, ວັນທີ 22/12, ປັກກິງ ແລະ ແບກແດດ ໄດ້ເຫັນດີສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ. ຖະແຫຼງການຮ່ວມຊີ້ແຈ້ງວ່າ, ເລື່ອງສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ແມ່ນເພື່ອແນໃສ່ຊຸກຍູ້ການຮ່ວມມື 2 ຝ່າຍໃນຫຼາຍຂົງເຂດ ກໍຄືຊຸກຍູ້ການພັດທະນາ ແລະ ວັດທະນາຖາວອນ ຢູ່ 2 ປະເທດ. ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ Abadi ໃນຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ສືຈີນຜິງ ຢືນຢັນວ່າ, ເລື່ອງສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຈີນ ແລະ ອີຣັກ ໄດ້ສ້າງພື້ນຖານຢ່າງໝັ້ນຄົງໃຫ້ແກ່ການພັດທະນາການພົວພັນ 2 ຝ່າຍໃນອະນາຄົດ. ຈີນ ພ້ອມແລ້ວທີ່ຈະໜູນຊ່ວຍອີຣັກ ໃນບັນດາຂົງເຂດຄື: ຜະລິດພະລັງງານ, ໄຟຟ້າ, ສື່ສານ ແລະ ພື້ນຖານໂຄງລ່າງ…