ຈີນ​ໄດ​້​ສະ​ເໜີ​ໃຫ້​ ອາ​ເມ​ລິ​ກາ​ ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ຮອບ​ເຈ​ລະ​ຈາ​ດ້ານ​ການ​ຄ້າ​ຈະ​ມາ​ເຖິງ

(VOVWORLD) - ໃນລະຫວ່າງວັນທີ 30 – 31 ກໍລະກົດ, ບັນດານັກເຈລະຈາແຖວໜ້າຂອງ ອາເມລິກາ ແລະ ຈີນໄດ້ດຳເນີນການພົບປະຢູ່ ຊຽງໄຫ້ ເພື່ອປຶກສາຫາລືກ່ຽວກັບບັນດາຄວາມຂັດແຍ່ງດ້ານການຄ້າ.

ຈີນ​ໄດ​້​ສະ​ເໜີ​ໃຫ້​ ອາ​ເມ​ລິ​ກາ​ ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ຮອບ​ເຈ​ລະ​ຈາ​ດ້ານ​ການ​ຄ້າ​ຈະ​ມາ​ເຖິງ - ảnh 1ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານ ປະທານປະເທດຈີນ ສີຈິ້ນຜິງ ພົບປະກັນຢຸ່ນອອກກອງປະຊຸມ G20 ຢຸ່ Osaka ຍີ່ປຸ່ນ (ພາບ: AFP/TTXVN)

ພາຍຫຼັງການເຈລະຈາທີ່ບໍ່ບັນລຸໄດ້ໝາກຜົນໃດໆມາເປັນ 2 ເດືອນ, ຈີນ ແລະ ອາເມລິກາ ພວມປາດຖະໜາບັນລຸໄດ້ບາດກ້າວບຸກທະລະຢູ່ຮອບເຈລະຈາຈະມາເຖິງເພື່ອແນໃສ່ປິດສົງຄາມການຄ້າດ້ານພາສີອາກອນລະຫວ່າງສອງປະເທດລົງ. ເຖິງຢ່າງໃດກໍ່ຕາມ, ຕາມວົງການນັກໄຈ້ແຍກແລ້ວ, ຄວາມອາດສາມາດທີ່ຈະບັນລຸໄດ້ຄວາມຄືນໜ້າໃນການເຈລະຈາຄັ້ງນີ້ແມ່ນໜ້ອຍທີ່ສຸດ.

        ກ່ຽວກັບບັນຫານີ້, ວັນທີ 29  ກໍລະກົດ, ທ່ານ ຄວາຈວນອິງ ໂຄສົກກະຊວງການຕ່າງປະເທດ ຈີນໄດ້ສະແດງຄວາມປາດຖະໜາວ່າ: ອາເມລິກາຈະປະຕິບັດບັນດາຄຳໝັ້ນສັນຍາຂອງຕົນຢ່າງຄົບຖ້ວນ ແລະ ສ້າງເງື່ອນໄຂຕັ້ງໜ້າໃຫ້ແກ່ຮອບເຈລະຈາດ້ານການຄ້າສອງຝ່າຍຢູ່ ຊຽງໄຫ້ ໃນຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ