ຈີນ, ສ.ເກົາຫຼີຈະດຳເນີນ ຮອບເຈລະຈາທີ 10 ກ່ຽວກັບ FTA ໃນອາທິດໜ້າ
(ພາບປະກອບ: xaluan.com)
(vovworld)- ວັນທີ 14/3 ຢູ່ເຊີອຸນ, ກະຊວງການຄ້າ, ອຸດສາຫະກຳ ແລະ ພະລັງງານ ສ.ເກົາຫຼີ ໃຫ້ຮູ້ວ່າ: ປະເທດນີ້ ແລະ ຈີນ ຈະດຳເນີນຮອບເຈລະຈາທີ 10 ກ່ຽວກັບສັນຍາການຄ້ານເສລີ (FTA) ສອງຝ່າຍໃນອາທິດໜ້າ. ຮອບເຈລະຈາໃໝ່ຈະເລີ່ມແຕ່ວັນທີ 17/3 ແລະ ແກ່ຍາວໃນເວລາ 5 ວັນຢູ່ນະຄອນ Ilsan ທາງທິດຕາເວັນຕົກນະຄອນຫຼວງເຊີອຸນ. ຕາມກະຊວງການຄ້າ, ອຸດສາຫະກຳ ແລະ ພະລັງງານ ສ.ເກົາຫຼີ, ຮອບເຈລະຈາຈະສຸມໃສ່ບັນດາຂົງເຂດ: ສິນຄ້າ, ການບໍລິການ, ການລົງທຶນ ແລະ ບັນກາບັນຫາດ້ານກົດໝາຍ. ສອງຝ່າຍຈະປຶກສາຫາລືກ່ຽວກັບລະດັບເສລີຂອງສິນຄ້າ ແລະ ສືບຕໍ່ເຈລະຈາກ່ຽວກັບສັນຍາແມ່, ລວມມີສິນຄ້າ ແລະ ຕົ້ນກຳເນີດຂອງສິນຄ້າ, ອາກອນ, ບັນຫາຫຼັກອະນາໄມຄວາມປອດໄພສະບຽງອາຫານ, ບັນດາຮົ້ວກິດຂວາງໃນການຄ້າ ແລະ ການພິພາດການຄ້າ. ແລະ ກໍ່ໃນຮອບເຈລະຈາຄັ້ງນີ້, ສອງຝ່າຍຍັງແລກປ່ຽນກ່ຽວກັບກົດໝາຍກຳມະສິດພູມປັນຍາ, ການແກ່ງແຍ້ງ ແລະ ການຄ້າເອເລກໂຕນິກ ກໍ່ຄືການຮ່ວມມືໃນຂົງເຂດເສດຖະກິດ ແລະ ສິ່ງແວດລ້ອມ./.