ຈີນ - ອາ​ເມ​ລິ​ກາ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ການ​ຄ້າ​ຄືນ​ໃໝ່

(VOVWORLD) -ທ່ານເຈົາກວາງຢາວ ເຊິ່ງເປັນຜູ້ທີ່ໄດ້ເຂົ້າຮ່ວມບັນດາການເຈລະຈາດ້ານການຄ້າສອງຝ່າຍໂດຍກົງ ໃນຖານະເປັນຮອງລັດຖະມົນຕີກະຊວງການເງິນຈີນ, ເຊື່ອໝັ້ນວ່າ ຂໍ້ຕົກລົງຈະໄດ້ຮັບການລົງນາມໃນເດືອນ ພະຈິກ ຖ້າຫາກວ່າ ສອງຝ່າຍຮັກສາການຕິດຕໍ່ຢ່າງແໜ້ນແຟ້ນຜ່ານບັນດາຊ່ອງທາງການທູດ.
ຈີນ - ອາ​ເມ​ລິ​ກາ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ການ​ຄ້າ​ຄືນ​ໃໝ່ - ảnh 1ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: AFP) 

ວັນທີ 31 ຕຸລາ, ໃນຖະແຫຼງການ ກະຊວງການຄ້າ ຈີນໃຫ້ຮູ້ວ່າບັນດານັກເຈລະຈາດ້ານການຄ້າແຖວໜ້າຂອງປະເທດນີ້ ແລະ ອາເມລິກາຈະກັບຄືນສູ່ໂຕະເຈລະຈາໃນວັນທີ 1 ພະຈິກ ໂດຍບໍ່ຫົວຊາຕໍ່ສະພາບການທີ່ປະເທດຈີເລຍົກເລີກການເປັນເຈົ້າພາບຈັດຕັ້ງກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) - ເຊິ່ງເປັນບ່ອນ ທີ່ການນຳສອງປະເທດດັ່ງກ່າວຄາດວ່າຈະມີການພົບປະກັນ.

ກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ນອກເວທີປາໄສຢູ່ ສິງກະໂປ ກ່ຽວກັບການພົວພັນລະຫວ່າງ ຈີນ - ອາເມລິກາ, ທ່ານເຈົາກວາງຢາວ ເຊິ່ງເປັນຜູ້ທີ່ໄດ້ເຂົ້າຮ່ວມບັນດາການເຈລະຈາດ້ານການຄ້າສອງຝ່າຍໂດຍກົງ ໃນຖານະເປັນຮອງລັດຖະມົນຕີກະຊວງການເງິນຈີນ, ເຊື່ອໝັ້ນວ່າ ຂໍ້ຕົກລົງຈະໄດ້ຮັບການລົງນາມໃນເດືອນ ພະຈິກ ຖ້າຫາກວ່າ ສອງຝ່າຍຮັກສາການຕິດຕໍ່ຢ່າງແໜ້ນແຟ້ນຜ່ານບັນດາຊ່ອງທາງການທູດ.

ຕອບກັບ

ຂ່າວ/ບົດ​ອື່ນ