ຈີນ - ອາເມລິກາ ເຈລະຈາດ້ານປ້ອງກັນຄວາມສະຫງົບຍຸດທະສາດ

ຈີນ - ອາເມລິກາ ເຈລະຈາດ້ານປ້ອງກັນຄວາມສະຫງົບຍຸດທະສາດ - ảnh 1
(ພາບປະກອບ)

(vovworld) –  ວັນ​ທີ 08/07, ຢູ່​ນະຄອນຫຼວງ​ປັກ​ກິ​ງ, ບັນດາ​ເຈົ້າ​ໜ້າ​ທີ່​ການ​ທູ​ດ ​ແລະ ການ​ທະຫານ​ຂັ້ນ​ສູງ​ຂອງ​ຈີນ ​ແລະ ອາ​ເມ​ລິ​ກາ ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ​ປ້ອງ​ກັນ​ຄວາມ​ສະຫງົບຍຸດ​ທະ​ສາດ ກ່ອນ​ທີ່​ຈັດການ​ເຈລະຈາ​ຍຸດ​ທະ​ສາດ ​ແລະ ​ເສດຖະກິດ (S&ED) ຈີນ - ອາ​ເມລິ​ກາ ປະຈຳ​ປີ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ ຈາງ​ເຢີ​ຍຊວຍ ​ແລະ ຄູ່​ຕຳ​ແໜ່​ງອາ​ເມ​ລິ​ກາ William Burns ​ເປັນ​ປະທານ​ຮ່ວມການ​ເຈລະຈາ​ດ້ານ​ປ້ອງ​ກັນ​ຄວາມສະຫງົບ​ຍຸດ​ທະ​ສາດຈີນ - ອາ​ເມ​ລິ​ກາ ຄັ້ງ​ທີ 4 ​ໃນ​ຂອບ​ເຂດ S&ED. ທີ່​ການ​ເຈລະຈາ, 2 ຝ່າຍ​ໄດ້​ແລກປ່ຽນ​ທັດ​ສະ​ນະ​ຢ່າງ​ກົງ​ໄປ​ກົງ​ມາ ​ແລະ ມີລັກສະນະ​ສ້າງ​ສັນກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈຄື ປ້ອງ​ກັນ​ຄວາມ​ສະຫງົບ​ຮອບດ້ານ ​ແລະ ຍຸດ​ທະ​ສາດ. 2 ຝ່າຍ​ກໍ່​ເຫັນ​ດີ​ຮັກສາ ​ແລະ ຊຸກຍູ້​ກົນ​ໄກ S&ED ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຮ່ວມ​ມື​ລະຫວ່າງ 2 ປະ​ເທດ.

        ຕາມ​ແຜນການ, ​​ຮອບ​ເຈລະຈາ​ຄັ້ງ​ທີ 6 ຂອງ S&ED ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ປັກ​ກິ​ງ ​ໃນ​ລະຫວ່າງ​ວັນ​ທີ 09 – 10/07.

ຂ່າວ/ບົດ​ອື່ນ