ຈີນ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ເຈ​ລະ​ຈາ​ແກ້​ໄຂ​ບັນ​ຫາ ສ​ປ​ປ.ເກົາຫຼີ

(VOVWORLD) -ປັກກິງ ຫວັງວ່າ ທຸກຝ່າຍທີ່ກ່ຽວຂ້ອງຈະ “ປະຕິບັດຕາມນະໂຍບາຍຊອກຫາຂໍ້ຕົກລົງດ້ານການເມືອງກ່ຽວກັບບັນຫາໃນແຫຼມເກົາຫຼີ ແລະ ແກ້ໄຂທຸກຄວາມວິຕົກກັງວົນຢ່າງຍຸຕິທຳ ໂດຍຜ່ານການເຈລະຈາ”.
ຈີນ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ເຈ​ລະ​ຈາ​ແກ້​ໄຂ​ບັນ​ຫາ ສ​ປ​ປ.ເກົາຫຼີ - ảnh 1ປະຊາຊົນຕິດຕາມຂ່າວຜ່ານໂທລະທັດ (ພາບ: TTXVN)

ກ່າວຄຳເຫັນຕໍ່ສຳນັກຂ່າວສານ Kyodo ຂອງ ຍີ່ປຸ່ນ, ວັນທີ 04 ຕຸລາ, ໂຄສົກກະຊວງການຕ່າງປະເທດ ຈີນ ໃຫ້ຮູ້ວ່າ ປະເທດນີ້ໄດ້ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງດຳເນີນການເຈລະຈາ ເພື່ອແກ້ໄຂບັນຫາຕ່າງໆໃນແຫຼມເກົາຫຼີ. ປັກກິງ ຫວັງວ່າ ທຸກຝ່າຍທີ່ກ່ຽວຂ້ອງຈະ “ປະຕິບັດຕາມນະໂຍບາຍຊອກຫາຂໍ້ຕົກລົງດ້ານການເມືອງກ່ຽວກັບບັນຫາໃນແຫຼມເກົາຫຼີ ແລະ ແກ້ໄຂທຸກຄວາມວິຕົກກັງວົນຢ່າງຍຸຕິທຳ ໂດຍຜ່ານການເຈລະຈາ”.

        ໃນເຫດການໜຶ່ງທີ່ກ່ຽວຂ້ອງ, ໃນວັນດຽວກັນ ອາເມລິກາ ແລະ ຍີ່ປຸ່ນ ໄດ້ດຳເນີນການຊ້ອມຮົບຮ່ວມຢູ່ເຂດທະເລ ຍີ່ປຸ່ນ. ບັນດາການກະທຳດັ່ງກ່າວຖືກດຳເນີນ ພາຍຫຼັງທີ່ ສປປ. ເກົາຫຼີ ຍິງລູກສອນໄຟບິນຜ່ານເຂດນ່ານຟ້າຂອງ ຍີ່ປຸ່ນ ເປັນຄັ້ງທຳອິດໃນຮອບເວລາ 5 ປີຜ່ານມາ, ເຮັດໃຫ້ປະເທດນີ້ຕ້ອງເລີ່ມເຄື່ອນໄຫວລະບົບກ່າວເຕືອນແບບສຸກເສີນຢູ່ບາງເຂດ.


ຕອບກັບ

ຂ່າວ/ບົດ​ອື່ນ