ຈີນ ໃຫ້ຄຳໝັ້ນສັນຍາຊຸກຍູ້ການໂອ້ລົມເຈລະຈາກັບບັນດາຝ່າຍໃນການປະທະກັນລັດເຊຍ - ຢູແກຼນ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ Sergey Lavrov ຢັ້ງຄືນຄຳໝັ້ນສັນຍາຂອງລັດເຊຍ ກ່ຽວກັບມາດຕະການການເມືອງ ແລະ ການທູດໃຫ້ແກ່ການປະທະກັນ ຢູແກຼນ
ຈີນ ໃຫ້ຄຳໝັ້ນສັນຍາຊຸກຍູ້ການໂອ້ລົມເຈລະຈາກັບບັນດາຝ່າຍໃນການປະທະກັນລັດເຊຍ - ຢູແກຼນ - ảnh 1ສາມັນຊົນຕ້ອງອົບພະຍົບອອກຈາກນະຄອນ Irpin, ທາງທິດຕາເວັນຕົກ ນະຄອນຫຼວງ ກີແອບ (ພາບ: AFP/TTXVN)

ຈີນ ໃຫ້ຄຳໝັ້ນສັນຍາຊຸກຍູ້ການໂອ້ລົມເຈລະຈາກັບບັນດາຝ່າຍໃນການປະທະກັນລັດເຊຍ - ຢູແກຼນ - ແມ່ນການຢັ້ງຢືນຂອງທ່ານ ຫຼີຄຸຍ, ທູດພິເສດຂອງຈີນ ກ່ຽວກັບບັນດາບັນຫາ ອາຊີ - ເອີລົບ ໃນວັນທີ 27 ພຶດສະພາ, ທີ່ການພົບປະກັບທ່ານ Sergey Lavrov, ລັດຖະມົນຕີການຕ່າງປະເທດ ລັດເຊຍ ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນລັດເຊຍ. ທ່ານ ຫຼີຄຸຍ ຊີ້ແຈ້ງວ່າ ໂດຍອີງໃສ່ບັນດາຂໍ້ມາດຕາຂອງເອກະສານ “ຫຼັກໝັ້ນຂອງ ຈີນ ກ່ຽວກັບມາດຕະການການເມືອງໃຫ້ແກ່ວິກິດການ ຢູແກຼນ”, ປັກກິ່ງ ຈະສືບຕໍ່ຊຸກຍູ້ການຮ່ວມມື ແລະ ການເຈລະຈາກັບທຸກໆຝ່າຍ, ລວມທັງ ລັດເຊຍ ແລະ ຄວາມມານະພະຍາຍາມແທດຈິງ ເພື່ອມາດຕະການການເມືອງໃຫ້ແກ່ວິກິດການ ຢູແກຼນ. ຈີນ ຍາມໃດກໍ່ຢືດໝັ້ນຫຼັກການຍຸຕິທຳ ແລະ ພາວະວິໄສ ກ່ຽວກັບຢູແກຼນ, ເດີນຕາມສັນຕິພາບ ແລະ ຊຸກຍູ້ການເຈລະຈາ.

ສ່ວນທ່ານລັດຖະມົນຕີການຕ່າງປະເທດ Sergey Lavrov ຢັ້ງຄືນຄຳໝັ້ນສັນຍາຂອງລັດເຊຍ ກ່ຽວກັບມາດຕະການການເມືອງ ແລະ ການທູດໃຫ້ແກ່ການປະທະກັນ ຢູແກຼນ. ພ້ອມນັ້ນ, ທ່ານ Sergey Lavrov  ກໍ່ໃສ່ໃຈເຖິງບັນດາສິ່ງກີດຂວາງໜັກໜ່ວງໂດຍ ຢູແກຼນ ແລະ ຝ່າຍຕາເວັນຕົກ ສ້າງຂຶ້ນ ສຳລັບການເຊື່ອມຕໍ່ບັນດາການເຈລະຈາສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ