( vovworld ) – ວັນທີ 9/5, ກະຊວງການຕ່າງປະເທດຈີນ ໄດ້ປະກາດປື້ນປົກຂາວທີ່ມີຊື່ວ່າ “ ການຮ່ວມມືລະຫວ່າງຈີນ - ຍີ່ປຸ່ນ -ສ.ເກົາຫຼີ ໄລຍະ 1999 – 2012 ” ໃນນັ້ນໄດ້ຕີລາຄາກ່ຽວກັບວິວັດແຫ່ງການພົບປະແລກປ່ຽນ, ໝາກຜົນຂອງການຮ່ວມມື ແລະ ການຄາດຄະເນແງ່ຫວັງຂອງການຮ່ວມມືລະຫວ່າງ 3 ປະເທດໃນໄລຍະທີ່ຈະມາເຖິງ. ປື້ນປົກຂາວໄດ້ປະກາດກ່ອນທີ່ຈັດຕັ້ງກອງປະຊຸມສຸດຍອດ 3 ຝ່າຍຄັ້ງທີ 5 ລະຫວ່າງ ຈີນ - ຍີ່ປຸ່ນ ແລະ ສ.ເກົາຫຼີ ຢູ່ປັກກິງ, ຄາດວ່າຈະດຳເນີນໄປໃນລະຫວ່າງວັນທີ 13 – 14/5. ປື້ມປົກຂາວໄດ້ຊີ້ແຈ້ງວ່າ ຜ່ານໄລຍະ 10 ປີແຫ່ງການພັດທະນາ, ການຮ່ວມມືລະຫວ່າງຈີນ - ຍີ່ປຸ່ນ ແລະ ສ.ເກົາຫຼີ ໄດ້ກໍ່ສ້າງເປັນລະບົບຮ່ວມມືຄົບຖ້ວນພໍສົມຄວນ, ສ້າງເປັນການຮ່ວມມືຮອບດ້ານໃນທຸກຂົງເຂດ, ໃນນັ້ນຖືກອງປະຊຸມບັນດາການນຳເປັນແກ່ນສານ. ວົງເງິນການຄ້າລະຫວ່າງ 3 ປະເທດໄດ້ເພີ່ມຂຶ້ນທົບ 4 ເທົ່າ ນັບແຕ່ສ້າງຕັ້ງການຮ່ວມມື 3 ຝ່າຍ, ຈາກລະດັບ 130 ຕຶ້ USD ໃນປີ 1999 ຂຶ້ນເຖິງ 690 ຕຶ້ USD. ຈີນ ແມ່ນຄູ່ຮ່ວມມືດ້ານການຄ້າອັນດັບໜື່ງຂອງຍີ່ປຸ່ນ ແລະ ສ.ເກົາຫຼີ ໃນຫຼາຍປີທີ່ຜ່ານມາ, ໃນຂະນະທີ່ຍີ່ປຸ່ນ ແລະ ສ.ເກົາຫຼີ ຢືນອັນດັບທີ 4 ແລະ ທີ 6 ໃນຈຳນວນບັນດາຄູ່ຮ່ວມມືການຄ້າຂອງຈີນ.