ຈະບໍ່ເກັບຄ່າບໍລິການສຳລັບແຂກທີ່ເຂົ້າຮ່ວມ APEC ຢູ່ທຸກໆສະຖານທີ່ທ່ອງທ່ຽວ

(VOVWORLD) - ສັບປະດາຂັ້ນສູງ APEC 2017 ແມ່ນໂອກາດທີ່ດີໃຫ້ນະຄອນ ດ່ານັ້ງ ແນະນຳ, ໂຄສະນາພາບພົດ, ປະເທດຊາດ ແລະ ຊາວ ຫວຽດນາມ, ພິເສດແມ່ນບັນດາສະຖານທີ່ທ່ອງທ່ຽວທີ່ດູດດື່ມຢູ່ພາກກາງ.
ຈະບໍ່ເກັບຄ່າບໍລິການສຳລັບແຂກທີ່ເຂົ້າຮ່ວມ APEC ຢູ່ທຸກໆສະຖານທີ່ທ່ອງທ່ຽວ - ảnh 1 ເຂດທ່ອງທ່ຽວໜຶ່ງຢູ່ ດ່ານັ້ງ

 ຜູ້ແທນນັບໝື່ນໆຄົນທີ່ມາຈາກບັນດາພື້ນຖານເສດຖະກິດສະມາຊິກຈະມີໂອກາດໄດ້ຢ້ຽມຊົມບັນດາປູຊະນີຍະສະຖານໂດ່ງດັງ, ຄົ້ນຫາຄວາມງາມວັດທະນະທຳທີ່ເປັນເອກະລັກສະເພາະ, ອາຫານການກິນທີ່ອຸດົມສົມບູນ.

        ມາຮອດປະຈຸບັນ, ດ່ານັ້ງ ໄດ້ກະກຽມຫຼາຍລາຍການທ່ອງທ່ຽວທີ່ອຸດົມສົມບູນເພື່ອຕອບສະໜອງຄວາມຮຽກຮ້ອງດ້ານການທ່ອງທ່ຽວຂອງແຂກທ່ອງທ່ຽວ, ໃນນັ້ນ, ມີລາຍການທ່ອງທ່ຽວແນະນຳເຖິງທິວທັດທີ່ສວຍງາມ ແລະ ວັດທະນະທຳຂອງ ດ່ານັ້ງ, ເຊື່ອມຕໍ່ເຂດທ່ອງທ່ຽວ ຫງູແຫ່ງເຊີນ - ຫໍພິພິທະພັນ ຄວັນແກະສະຫຼັກຂອງຊາວ ຈຳ - ແຫຼມ ເຊີນຈາ… ທ່ານ ຮິ່ງຫວີງອ໋າຍ, ຮອງລັດຖະມົນຕີກະຊວງວັດທະນະທຳ - ກິລາ - ທ່ອງທ່ຽວ, ຮອງຫົວໜ້າອະນຸກຳມະການໂຄສະນາ ແລະ ວັດທະນະທຳ, ຄະນະກຳມະການແຫ່ງຊາດ APEC, ໃຫ້ຮູ້ວ່າ:

        “APEC 2017 ແມ່ນໂອກາດເພື່ອໂຄສະນາພາບພົດ ຫວຽດນາມ ດັ່ງນັ້ນ, ທຸກໆສະຖານທີ່ທ່ອງທ່ຽວຈະບໍ່ເກັບຄ່າສຳເລັດແຂກທີ່ເຂົ້າຮ່ວມ APEC. ໄປຄຽງຄູ່ກັນນັ້ນ, ຢູ່ບັນດາສະຖານທີ່ຈັດການເຄື່ອນໄຫວ APEC ຈະຈັດຕັ້ງບັນດາລາຍການເພື່ອໂຄສະນາຄວາມງາມ, ຄວາມສາມາດບົ່ມຊ້ອນຂອງຕົນເຖິງບັນດາການນຳ, ວິສາຫະກິດເຂົ້າຮ່ວມ APEC ກໍ່ຄືແຂກທ່ອງທ່ຽວ. ເນື່ອງໃນໂອກາດນີ້, ຄະນະກຳມະການແຫ່ງຊາດ APEC ຈະຈັດຕັ້ງງານມະໂຫລານສິລະປະ APEC, ຈັດຕັ້ງສວນຮູບປັ້ນ APEC ຢູ່ດ່ານັ້ງ. ນອກຈາກນັ້ນ, ຍັງມີຫຼາຍການເຄື່ອນໄຫວສິລະປະ, ວາງສະແດງອື່ນໆອີກ.”

 

ຕອບກັບ

ຂ່າວ/ບົດ​ອື່ນ