ຈຳ​ນວນ​ຜູ້​ຕິ​ດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ​ຢູ່ ຈີນ ພັດ​ເພີ່ມ​ຂຶ້ນ​ຄືນ​ໃໝ່

(VOVWORLD) -ໃນສະເພາະວັນທີ 9 ພຶດສະພາ ຈີນໄດ້ມີຜູ້ຕິດເຊື້ອໃໝ່ຕື່ມອີກ 14 ຄົນ. 

        ຈີນ ໄດ້ຢັ້ງຢືນວ່າ ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ພັດເພີ່ມຂຶ້ນຄືນໃໝ່. ຕາມຕົວເລກສະຖິຕິ ທີ່ໄດ້ປະກາດໃນຕອນເຊົ້າວັນທີ 10 ພຶດສະພາ ໄດ້ສະແດງໃຫ້ເຫັນວ່າ ໃນສະເພາະວັນທີ 9 ພຶດສະພາ ຈີນໄດ້ມີຜູ້ຕິດເຊື້ອໃໝ່ຕື່ມອີກ 14 ຄົນ, ໃນນັ້ນມີເຖິງ 12 ຄົນ ແມ່ນຄົນເຈັບຊາວຈີນ. ເປັນໜ້າສົນໃຈ, ໃນຈຳນວນບັນດາຄົນເຈັບໃໝ່ ກໍມີ 1 ຄົນ ຢູ່ນະຄອນອູຫັ້ນ, ເຊິ່ງເປັນຈຸດໃຈກາງຂອງໂລກລະບາດຢູ່ຈີນກ່ອນໜ້ານີ້. ສ່ວນຄົນເຈັບຊາວຈີນ 11 ຄົນທີ່ຍັງເຫຼືອ ກໍລ້ວນແຕ່ຢູ່ນະຄອນ ຊີງແລນ, ແຂວງຊາຫຼິນ.

        ສະພາບການນີ້ ໄດ້ເຮັດໃຫ້ບັນດາທ້ອງຖິ່ນຢູ່ຈີນ ອີກຄັ້ງໜຶ່ງຕ້ອງລະມັດລະວັງຕໍ່ຄວາມສ່ຽງເກີດໂລກລະບາດຄືນໃໝ່.

ບິກທ້ວນ - ນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ປະຈຳ ຈີນ

ຕອບກັບ

ຂ່າວ/ບົດ​ອື່ນ