ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເກືອບ400ຄົນ

ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເກືອບ400ຄົນ - ảnh 1
ຢູ່​ອາບ​ກາ​ນິດ​ສຖານມີ 115 ຄົນ​ເສຍ​ຊີວິດ ​
ແລະ ກວ່າ 500 ຄົນ​ຮັບ​ບາດ​ເຈັບ
(ພາບ: AFP)


(vovworld) – ວັນ​ທີ 27/10, ຈຳ​ນວນ​ຜູ້​ເສຍ​ຊີວິດ​ໄດ້​ເພີ່ມ​ຂຶ້ນ 350 ຄົນ, ພາຍຫຼັງ​ເຫດ​ແຜນ​ດິນ​ໄຫວມີ​ຄວາມ​ແຮງ 7,5 ຣິກເຕີ ​ເຮັດ​ໃຫ້​ພາກ​ພື້ນ​ອາຊີ​​ໃຕ້​ສັ່ນສະ​ເທື່ອນ. ​ໃນ​ຂະນະ​ນັ້ນ, ລັດຖະບານ, ກອງ​ທັບ​ບັນດາ​ປະ​ເທດ ​ແລະ​ ອົງການ​ຈັດ​ຕັ້ງ​ພວມ​ມານ​ະພະຍາຍາມ​ປະຕິ​ບັດ​ການ​ກູ້​ໄພ​ກູ້​ຊີບ. ຢູ່​ປາ​ກິດສຖານ, ສ່ື​ມວນ​ຊົນ​ທ້ອງ​ຖິ່ນ​ໄດ້​ໃຫ້​ຂ່າວ​ກ່ຽວ​ກັບ​ຈຳນວນ​ຜູ້​ຖືກ​ເສຍ​ຊີ​ວິດ​​ເຂດ​ທາງທິດຕາ​ເວັນ​ຕົກ​ສ່ຽງ​ເໜືອຂອງ​ປະ​ເທດ​ນີ້​ໄດ້​ຂຶ້ນ​​ເຖິງ 270 ຄົນ ​ແລະ ກວ່າ 2.000 ຄົນ​ຮັບ​ບາດ​ເຈັບ. ​ແຕ່​ວ່າ, ກົມ​ຄຸ້ມຄອງ​ໄພ​ພິບັດ​ທຳ​ມະ​ຊາດ​ແຫ່ງ​ຊາດ ຢັ້ງ​ຢືນ​ວ່າ, ມີ​ຜູ້​ເສຍ​ຊີວິດ​ປະມານ 230 ຄົນ ​ແລະ ກວ່າ 1.600 ຄົນ​ຮັບ​ບາດ​ເຈັບ. ສ່ວນ​ຢູ່​ອາບ​ກາ​ນິດ​ສຖານ, ທ່ານ​ປະທານາທິບໍດີ Ashraf Ghani ​ໃຫ້​ຮູ້​ວ່າ, ມີ 115 ຄົນ​ເສຍ​ຊີວິດ ​ແລະ ກວ່າ 500 ຄົນ​ຮັບ​ບາດ​ເຈັບ. ກຳລັງ​ກູ້​ໄພ​ກູ້​ຊີບ​​ໄດ້​ເພີ່ມ​ທະວີ​ການ​ຮັບ​ມືຢ່າງ​ຮີບ​ດ່ວນ​ຢູ່​ບັນດາ​ແຂວງ​ທາງ​ທິດເໜືອ ​ແລະ ທິດຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ