(vovworld) – ວັນທີ 17/04, ໃນຖະແຫຼງການຮ່ວມທີ່ໄດ້ຍົກອອກມາ, ພາຍຫຼັງກອງປະຊຸມດຳເນີນໄປເປັນເວລາ 2 ວັນຢູ່ນະຄອນຫຼວງ ວໍຊິງຕັນ, ປະເທດອາເມລິກາ, ວົງການເຈົ້າໜ້າທີ່ການເງິນຂອງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົນເດັ່ນອັນດັບໜຶ່ງຂອງໂລກ (ຈີ 20) ໄດ້ຕີລາຄາສູງສັນຍາອັນຕັ້ງໜ້າທີ່ຢູ່ບັນດາປະເທດພັດທະນາ ໃນສະພາບທີ່ຄວາມສ່ຽງສຳລັບພື້ນຖານເສດຖະກິດທົ່ວໂລກໄດ້ຫຼຸດລົງ. ລະອຽດແມ່ນ, ແງ່ຫວັງໃນໄລຍະສັ້ນຢູ່ບັນດາປະເທດມີພື້ນຖານເສດຖະກິດພັດທະນາ, ພິເສດແມ່ນພາກພື້ນໃຊ້ເງິນເອໂຣລວມ (Eurozone) ແລະ ຍີ່ປຸ່ນ ໄດ້ຮັບການປັບປຸງໃນໄລຍະແລ້ວນີ້… ບັນດາເຈົາໜ້າທີ່ການເງິນ ຈີ 20 ໄດ້ໃຫ້ຄຳໝັ້ນສັນຍາຮ່ວມມືກັນ ເພື່ອແນໃສ່ປັບປຸງພື້ນຖານເສດຖະກິດແບບຍື່ນຍົງ, ພ້ອມທັງຮຽກຮ້ອງບັນດາປະເທດຕ້ອງມານະພະຍາຍາມກວ່າອີກ ເພື່ອຊຸກຍູ້ການເຕີບໂຕດ້ານເສດຖະກິດໃນໄລຍະສັ້ນ. ນອກຈາກນັ້ນ, ບັນດາທະນາຄານສູນກາງໃຫຍ່ໃນໂລກ ກໍ່ຕ້ອງຮັບປະກັນບັນດານະໂຍບາຍ ຈະໄດ້ຮັບການຜັນຂະຫຍາຍ, ບໍ່ກໍ່ຄວາມວຸ້ນວາຍໃນຕະຫຼາດ.