(vovworld) - ກອງປະຊຸມສຸດຍອດກຸ່ມ 7 ປະເທດອຸດສາຫະກຳພັດທະນາ (ຈີ 7) ໄດ້ປິດລົງໃນວັນທີ 08/06, ພາຍຫຼັງດຳເນີນມາເປັນເວລາ 2 ວັນ ຢູ່ທາງທິດໃຕ້ປະເທດເຢຍລະມັນ, ຖະແຫຼງການຮ່ວມທີ່ເຕື້ອງເຖິງຫຼາຍບັນຫາໃນພາກພື້ນ ແລະ ໃນໂລກ. ຖະແຫຼງການ ຈີ 7 ໄດ້ເນັ້ນໜັກເຖິງຄວາມຕັດສິນໃຈຮ່ວມມືຢ່າງແໜ້ນແຟ້ນບົນພື້ນຖານບັນດາຄຸນຄ່າ ແລະ ຫຼັກການລວມ ເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍທາງດ້ານການເມືອງ ແລະ ເສດຖະກິດສາກົນ. ຈີ 7 ກໍ່ໃຫ້ຄຳໝັ້ນສັນຍາຈະເຄົາລົບບັນດາຄຸນຄ່າກ່ຽວກັບຄວາມເສລີປະຊາທິປະໄຕ, ຂໍ້ກຳນົດດ້ານກົດໝາຍ, ຮັກສາຄວາມເສລີພາບ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ກໍ່ຄືຊຸກຍູ້ສັນຕິພາບ ແລະ ຄວາມສະຫງົບປອດໄພໃນໂລກ. ກ່ຽວຂ້ອງເຖິງບັນດາຄວາມປອດໄພໃນການເດີນທະເລ, ຖະແຫຼງການຮ່ວມ ຈີ 7 ເນັ້ນໜັກວ່າ, ຕ້ອງຮັກສາຄວາມເປັນລະບຽບຮຽບຮ້ອຍໃນການເດີນທະເລ ຕາມກົດໝາຍສາກົນ ກໍ່ຄືຮັບປະກັນຄວາມປອດໄພໃນການເດີນທະເລສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ການນຳຈີ 7 ສະແດງຄວາມວິຕົກກັງວົນຕໍ່ບັນດາຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ ແລະ ທະເລຮວາຕຸງ, ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງແກ້ໄຂການປະທະກັນໂດຍສັນຕິວິທີ ກໍ່ຄືຮັບປະກັນຄວາມເສລີໃນການເດີນທະເລ ແລະ ຂຸດຄົ້ນເສດຖະກິດທະເລຢ່າງຖືກຕ້ອງຕາມກົດໝາຍ. ຈີ 7 ກໍ່ເດັດດ່ຽວຄັດຄ້ານການນຳໃຊ້ບັນດາມາດຕະການນາບຂູ່, ບັງຄັບ, ນຳໃຊ້ອາວຸດ ຫຼື ການກະທຳພຽງລຳພັງຝ່າຍດຽວ ແນໃສ່ປ່ຽນແປງສະພາບເດີມຂອງທະເລຄື ເລື່ອງເປີດກວ້າງບັນດາເກາະທຽມທີ່ມີຂອບຂະໜາດໃຫຍ່ຫວ່າງມໍ່ໆມານີ້ຢູ່ທະເລຕາເວັນອອກ.