ຊຸກ​ຍູ້​ການ​ຄົ​້ນ​ຄ້​ວາ​ວິ​ທະ​ຍາ​ສາດ, ພັດ​ທະ​ນາ​ການ​ນຳ​ໃຊ້​ພະ​ລັງ​ງານ​ ປະລະມານູ ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ

(VOVWORLD) - ວັນທີ 8 ຕຸລາ, ຢູ່ຮ່າໂນ້ຍໄດ້ດຳເນີນກອງປະຊຸມວິທະຍາສາດ ແລະ ເຕັກໂນໂລຢີ ນິວເຄຼຍພະນັກງານໜຸ່ມຂະແໜງພະລັງງານ ປະລະມານູ. 
ຊຸກ​ຍູ້​ການ​ຄົ​້ນ​ຄ້​ວາ​ວິ​ທະ​ຍາ​ສາດ, ພັດ​ທະ​ນາ​ການ​ນຳ​ໃຊ້​ພະ​ລັງ​ງານ​ ປະລະມານູ ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ - ảnh 1ກອງປະຊຸມວິທະຍາສາດ ແລະ ເຕັກໂນໂລຢີ ນິວເຄຼຍພະນັກງານໜຸ່ມຂະແໜງພະລັງງານ ປະລະມານູ (ພາບ: qdnd.vn

ກອງປະຊຸມແມ່ນເຫດການສຳຄັນໃນເຫດການຄົ້ນຄ້ວາ, ຜັນຂະຫຍາຍ ແລະ ນຳໃຊ້ຂອງຂະແໜງພະລັງງານປະລະມານູ ຫວຽດນາມ, ພ້ອມທັງແມ່ນບ່ອນແລກປ່ຽນຂໍ້ລິເລີ່ມ, ບົດຮຽນ, ປະສົບການກໍ່ຄືການຮ່ວມມືຄົ້ນຄ້ວາລະຫວ່າງບັນດາພະນັກງານໜຸ່ມຂຶ້ນກັບບັນດາໜ່ວຍງານພາຍໃນ ແລະ ນອກສະຖາບັນພະລັງງານ ປະລະມານູ ຫວຽດນາມ, ເພື່ອແນໃສ່ກຳນົດທິດທາງ, ເປົ້າໝາຍ ແລະ ບັນດາໜ້າທີ່ຄົ້ນຄ້ວາທີ່ຈຳເປັນ, ປະກອບສ່ວນສ້າງຖັນແຖວນັກຄົ້ນຄ້ວາໜຸ່ມໃນຂະແໜງພະລັງງານນິວເຄຼຍໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ.

ກອງປະຊຸມຍັງປຶກສາຫາລືບັນດາບັນຫາຄື: ສືບຫາຕົ້ນກຳເນີດ ແລະ ແງ່ຫວັງເພື່ອນຳໃຊ້ເຕັກໂນໂລຢີນິວເຄຼຍ, ເຄື່ອງມືໜູນຊ່ວຍການຂຸດຄົ້ນຂໍ້ມູນຊັບສິນທາງປັນຍາຮັບໃຊ້ໃຫ້ແກ່ການເຄື່ອນໄຫວຄົ້ນຄ້ວາ, ສ້າງຕັ້ງ, ປົກປ້ອງ ແລະ ພັດທະນາຊັບສິນທາງປັນຍາ, ບົດບາດຂອງການພັດທະນາວິສາຫະກິດວິທະຍາສາດ ແລະ ເຕັກໂນໂລຢີໃນການເຊື່ອມໂຍງເຂົ້າກັບສາກົນ, ແບ່ງປັນບົດຮຽນ, ປະສົບານ ລົງເລິກວິຊາສະເພາະໃນຂົງເຂດພະລັງງານປະລະມານູ, ປະກອບສ່ວນເຂົ້າໃນການຄົ້ນຄ້ວາວິທະຍາສາດ, ພັດທະນາການນຳໃຊ້ພະລັງງານນປະລະມານູເພື່ອເປົ້າໝາຍສັນຕິພາບ.

ຕອບກັບ

ຂ່າວ/ບົດ​ອື່ນ