ຊຸກຍູ້ການພັດທະນາຊົນເຜົ່າສ່ວນໜ້ອຍ - ບໍ່ປະໃຫ້ຜູ້ໃດຖືກຢູ່ທາງຫລັງ
ກອງປະຊຸມສຳມະນາ “ຊຸກຍູ້ການພັດທະນາຊົນ
ເຜົ່າສ່ວນໜ້ອຍ - ບໍ່ປະໃຫ້ຜູ້ໃດຖືກຢູ່ທາງຫລັງ”
(vovworld) - ກອງປະຊຸມສຳມະນາ “ຊຸກຍູ້ການພັດທະນາຊົນເຜົ່າສ່ວນໜ້ອຍ - ບໍ່ປະໃຫ້ຜູ້ໃດຖືກຢູ່ທາງຫລັງ” ໂດຍຄະນະກຳມະການຊົນເຜົ່າສົມທົບກັບອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈຳ ຫວຽດນາມ ຈັດຕັ້ງໃນວັນທີ 26/04 ຢູ່ ຮ່າໂນ້ຍ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ເລເຊີນຫາຍ ຮອງຫົວໜ້າຄະນະກຳມະການຊົນເຜົ່າ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ຄະນະກຳມະການຊົນເຜົ່າກຳນົດບັນດາໜ້າທີ່ຈຸດສຸມຄື: ສືບຕໍ່ສ້າງສຳເລັດບັນດາກົນໄກ, ນະໂຍບາຍ, ຮັບປະກັນໃຫ້ບັນດາຊົນເຜົ່າໃຫ້ມີຄວາມສະເໝີພາບ, ເຄົາລົບ, ສາມັກຄີ, ແກ້ໄຂການພົວພັນລະຫວ່າງບັນດາຊົນເຜົ່າຢ່າງກົມກຽວ, ຊ່ວຍກັນພັດທະນາ. ທ່ານເລເຊີນຫາຍ ເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່ເປັນພິເສດຂອງພັກ ແລະ ລັດຖະບານ, ພ້ອມດ້ວຍການໜູນຊ່ວຍຂອງອົງການສະຫະປະຊາຊາດເພື່ອການພັດທະນາ (UNDP), ບັນດາຄູ່ຮ່ວມມືພັດທະນາ, ປະຊາຄົມສາກົນ, ບັນດາເນື້ອໃນ ມາດຕະການພັດທະນາຊົນເຜົ່າສ່ວນໜ້ອຍຂອງ ຫວຽດນາມ ຈະໄດ້ຮັບການຜັນຂະຫຍາຍບັນລຸປະສິດທິຜົນສູງ, ສ້າງພື້ນຖານໝັ້ນຄົງ ເພື່ອປະຕິບັດຄາດໝາຍພັດທະນາແບບຍືນຍົງ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ - ສັງຄົມສຳລັບພໍ່ແມ່ປະຊາຊົນບັນດາເຜົ່າ, ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໃນໄລຍະຈະມາເຖິງ.