ຊຸກຍູ້ການພັດທະນາວິສາຫະກິດຂະໜາດນ້ອຍແລະຂະໜາດກາງຫວຽດນາມ-ສ.ເກົາຫຼີ
ພິທີເຊັນບົດບັນທຶກຊ່ວຍຈຳລະຫວ່າງ 2 ຝ່າຍ
(ພາບ: BNEWS/TTXVN)
|
(vovworld)- ຕອນບ່າຍ ວັນທີ 8/11 ຢູ່ຮ່າໂນ້ຍ, ກອງທຶນພັດທະນາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEDF) ແລະ ອົງການພັດທະນາວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ ສ.ເກົາຫຼີ (SBC), ໄດ້ເຊັນບົດບັນທຶກຊ່ວຍຈຳ. ສອງຝ່າຍ ໄດ້ເຊັນສັນຍາບັນດາການເຄື່ອນໄຫວຮ່ວມມື ເຊັ່ນ: ການແລກປ່ຽນຂໍ້ມູນຂ່າວສານ ແນໃສ່ຊຸກຍູການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (DNNVV) ຢູ່ຫວຽດນາມ ແລະ ສ.ເກົາຫຼີ; ໜູນຊ່ວຍການຊອກຫາຄູ່ຮ່ວມມືດຳເນີນທຸລະກິດທີ່ເໝາະສົມ ໃຫ້ແກ່ບັນດາວິສາຫະກິດຫວຽດນາມ ແລະ ສ.ເກົາຫຼີ; ການແລກປ່ຽນຂໍ້ມູນຂ່າວສານກ່ຽວຂ້ອງເຖິງນະໂຍບາຍການຊຸກຍູ້ວິສາຫະກິດ; ແບ່ງປັນບັນດາເຄັດລັບ ແນໃສ່ໜູນຊ່ວຍໃຫ້ແກ່ DNNVV; ໜູນຊ່ວຍກັນປະຕິບັດ ບັນດາການສຳຫຼວດທີ່ຈຳເປັນ ຢູ່ສອງປະເທດ. ແຕ່ງຕັ້ງພະນັກງານຕິດຕາມ, ສົມທົບກັນປະຕິບັດເນື້ອໃນ ໃນບົດບັນທຶກຊ່ວຍຈຳ ແລະ ແຕ່ງຕັ້ງພະນັກງານປະຈຳການ ຢູ່ 2 ອົງການ. ບັນດາເນື້ອໃນທີ່ໄດ້ເຊັນກັນ ແມ່ນການກະທຳແທດຈິງ, ແນໃສ່ໜູນຊ່ວຍການພັດທະນາໃຫ້ແກ່ກຸ່ມ DNNVV ຫວຽດນາມ ແລະ ສ.ເກົາຫຼີ, ປະກອບສ່ວນໃຫ້ແກ່ການພົວພັນ ຂອງສອງປະເທດ ບັນລຸລະດັບສູງໃໝ່.