ຊຸກຍູ້ການພົບປະແລກປ່ຽນປະຊາຊົນ ຫວຽດນາມ - ສ.ເກົາຫຼີ

(VOVWORLD) -ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ໃຫ້ຮູ້ວ່າ, ປະຈຸບັນ, ມີວິສາຫະກິດໃຫຍ່ຫຼາຍແຫ່ງຂອງ ສ.ເກົາຫຼີ ໄດ້ມາລົງທຶນຢູ່ ຫວຽດນາມ ໃນຫຼາຍຂົງເຂດ ນັບແຕ່ອຸດສາຫະກຳໜັກ ຕະຫຼອດຮອດເອເລັກໂຕນິກ, ເຄື່ອງຕ່ຳແຜ່ນຕັດຫຍິບ…
ຊຸກຍູ້ການພົບປະແລກປ່ຽນປະຊາຊົນ ຫວຽດນາມ - ສ.ເກົາຫຼີ - ảnh 1ທ່ານຮອງປະທານສະພາແຫ່ງຊາດ  ຫງວຽນດຶກຫາຍ ຕ້ອນຮັບທ່ານປະທານສະມາຄົມມິດຕະພາບ ສ.ເກົາຫຼີ- ຫວຽດນາມ Lee Shin Jae
(ພາບ: quochoi.vn)

        ຕອນບ່າຍວັນທີ 02 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນດຶກຫາຍ ໄດ້ຕ້ອນຮັບທ່ານປະທານສະມາຄົມມິດຕະພາບ ສ.ເກົາຫຼີ- ຫວຽດນາມ Lee Shin Jae ທີ່ພວມຢ້ຽມຢາມ ຫວຽດນາມ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫາຍ ໃຫ້ຮູ້ວ່າ, ປະຈຸບັນ, ມີວິສາຫະກິດໃຫຍ່ຫຼາຍແຫ່ງຂອງ ສ.ເກົາຫຼີ ໄດ້ມາລົງທຶນຢູ່ ຫວຽດນາມ ໃນຫຼາຍຂົງເຂດ ນັບແຕ່ອຸດສາຫະກຳໜັກ ຕະຫຼອດຮອດເອເລັກໂຕນິກ, ເຄື່ອງຕ່ຳແຜ່ນຕັດຫຍິບ… ສຳລັບຂົງເຂດເຄື່ອງຕ່ຳແຜ່ນຕັດຫຍິບ, ຄຽງຂ້າງເລື່ອງແກ້ໄຂວຽກເຮັດງານທຳ, ທ່ານຮອງປະທານສະພາແຫ່ງຊາດສະເໜີໃຫ້ ສ.ເກົາຫຼີ ຈົ່ງໜູນຊ່ວຍ ແລະ ຊຸກຍູ້ການພັດທະນາຂະແໜງຕາມທິດພັດທະນາຮອບດ້ານອຸດສາຫະກຳສຳຮອງຕິດພັນກັບແຟຊັນ, ຕະຫຼາດສາກົນຢ່າງຮອບດ້ານ. ທ່ານຮອງປະທານສະພາແຫ່ງຊາດປາດຖະໜາວ່າ ສະມາຄົມມິດຕະພາບ ສ.ເກົາຫຼີ - ຫວຽດນາມ ຈະສືບຕໍ່ສະໜັບສະໜູນ, ຊຸກຍູ້ວິສາຫະກິດ ສ.ເກົາຫຼີ ລົງທຶນ, ເປີດກວ້າງຂອບເຂດການລົງທຶນເຂົ້າບັນດາຂົງເຂດເຊິ່ງ ສ.ເກົາຫຼີ ມີທ່າແຮງ ແລະ  ຫວຽດນາມ ມີຄວາມຕ້ອງການ.

        ສ່ວນທ່ານປະທານສະມາຄົມມິດຕະພາບ ສ.ເກົາຫຼີ - ຫວຽດນາມ Lee Shin Jae ຢືນຢັນວ່າ, ໃນໄລຍະຈະມາເຖິງ, ສະມາຄົມຂອງ 2 ປະເທດຈະຍູ້ແຮງການພົບປະແລກປ່ຽນປະຊາຊົນ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ລັດ, ສະພາແຫ່ງຊາດ ແລະ ປະຊາຊົນ 2 ປະເທດໃຫ້ນັບມື້ນັບບັນລຸປະສິດທິຜົນກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ