ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ອາເມລິກາກ່ວາອີກ ວັນອັງຄານ ທີ 6 ທັນວາ ຄ.ສ. 2016 | 15:27:16 ທ່ານ John McCain ແລະ ທ່ານ ຟ້າມກວາງວີງ (ພາບ: Báo Tin Tức) (vovworld) – ຫວ່າງແລ້ວນີ້, ທ່ານ ຟ້າມກວາງວີງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ມີການພົບປະກັບທ່ານສະມາຊິກສະພາສູງ John McCain, ປະທານກຳມາທິການກຳລັງທະຫານສະພາສູງ, ທີ່ສຳນັກງານສະພາສູງ ອາເມລິກາ. ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ຟ້າມກວາງວີງ ປາດຖະໜາວ່າທ່ານສະມາຊິກສະພາສູງ John McCain, ສືບຕໍ່ໜູນຊ່ວຍ ແລະ ຊຸກຍູ້ການພົວພັນລະຫວ່າງ 2 ປະເທດກ່ວາອີກ, ນັບທັງ 2 ຝ່າຍ ແລະ ໃນບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ຍົກການພົວພັນຄູ່ຮ່ວມມືຮອບດ້ານໃຫ້ນັບມື້ນັບ ພັດທະນາຢ່າງແທດຈິງ, ມີປະສິດທິຜົນ ແລະ ໝັ້ນຄົງຍາວນານ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ. ທ່ານສະມາຊິກສະພາສູງ John McCain ຢັ້ງຢືນວ່າ: ຫວຽດນາມ - ອາເມລິກາ ຄວນຂຸດຄົ້ນຄວາມສາມາດບົ່ມຊ້ອນ ແລະ ເສີມຂະຫຍາຍການຮ່ວມມືໃນບັນດາຂົງເຂດບຸລິມະສິດກ່ຽວກັບດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ວິທະຍາສາດ - ເຕັກໂນໂລຢີ, ພະລັງງານ… ກ່ວາອີກ. ທ່ານສະມາຊິກສະພາສູງ John McCain ເຫັນດີເປັນເອກະສັນໂດຍຖືວ່າ: 2 ປະເທດເພີ່ມທະວີການຮ່ວມມືເພື່ອແນໃສ່ຮັບປະກັນສັນຕິພາບ, ຄວາມສະຫງົບ ແລະ ການພັດທະນາຢູ່ພາກພື້ນ, ໃນນັ້ນມີສັນຕິພາບ, ຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ, ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS). Tag vovworld ກຳມາທິການ ຂ່າວ/ບົດອື່ນ ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 56 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງປະສົບຜົນສຳເລັດທີ່ດີງາມ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບການນຳບັນດາກຸ່ມບໍລິສັດໃຫຍ່ຂອງຕ່າງປະເທດທີ່ພວມລົງທຶນຢູ່ ຫວຽດນາມ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ: ໂອກາດປະຫວັດສາດເພື່ອນຳໂລກກ້າວເຂົ້າສູ່ຍຸກສະໄໝໃໝ່, ສັງກາດພັດທະນາໃໝ່ ພິທີເລີ່ມຕົ້ນການຕອບສະໜອງບັ້ນເຮັດໃຫ້ໂລກສະອາດກ່ວາປີ 2024
ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 56 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງປະສົບຜົນສຳເລັດທີ່ດີງາມ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບການນຳບັນດາກຸ່ມບໍລິສັດໃຫຍ່ຂອງຕ່າງປະເທດທີ່ພວມລົງທຶນຢູ່ ຫວຽດນາມ
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ: ໂອກາດປະຫວັດສາດເພື່ອນຳໂລກກ້າວເຂົ້າສູ່ຍຸກສະໄໝໃໝ່, ສັງກາດພັດທະນາໃໝ່
ເຄື່ອງຊ່ວຍເຫຼືອຂອງສູນປະສານງານ ອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳໃນໄພພິບັດທຳມະຊາດ 3 ງວດໄດ້ຂົນສົ່ງມາຮອດ ຫວຽດນາມ
ຫວຽດນາມ ລົບລ້າງທາດ CO2 ປະມານ 220 ລ້ານໂຕນນັບແຕ່ເວລາເຂົ້າຮ່ວມສັນທິສັນຍາ Vienna ກ່ຽວກັບການປ້ອງກັນຊັ້ນ ozone
ທ່ານເລຂາທິການໃຫ່ຍ, ປະທານປະເທດ ລາວ ທອງລຸນ ສີສຸລິດ ສິ້ນສຸດການຢ້ຽມຢາມທາງລັດຖະກິດ ຫວຽດນາມ ຢ່າງຈົບງາມ
ສະມາຄົມອາຊີບຫາປາ ຫວຽດນາມ ຄັດຄ້ານຕໍ່ເລື່ອງ ຈີນ ຫ້າມຫາປາຢູ່ທະເລຕາເວັນອອກປີ 2022 ຕາມລຳພັງໃຈ
ງານວາງສະແດງຫົວຂໍ້ “ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ - ບັນດາພະຍານຫຼັກຖານປະຫວັດສາດ ແລະ ນິຕິທຳ” ຢູ່ແຂວງ ບັກຢາງ