(vovworld) –ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານປະເທດ ເຈືອງເຕີນຊາງ, ທ່ານນາງປະທານາທິບໍດີ ສ ເກົາຫຼີ Park Geun – hye ຢ້ຽມຢາມທາງລັດຖະກິດ ສສ ຫວຽດນາມ ແຕ່ວັນທີ 7 – 11/9. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ເປັນຄັ້ງທຳອິດຂອງປະທານາທິບໍດີ Park Geun – hye ພາຍຫຼັງດຳລົງຕຳແໜ່ງໃນເດືອນ 2 ປີນີ້ ແລະ ແມ່ນການຢ້ຽມຢາມ ຫວຽດນາມ ເປັນຄັ້ງທີ 5 ຂອງປະທານາທິບໍດີ ສ ເກົາຫຼີ ນັບແຕ່ເມື່ອ 2 ປະເທດສ້າງຕັ້ງສາຍພົວພັນທາງການທູດໃນປີ 1992. ທີ່ພິທີຕ້ອນຮັບໃນຕອນເຊົ້າວັນທີ 9/9, ທ່ານປະທານປະເທດ ເຈືອງເຕີນຊາງ ເຊື່ອໝັ້ນວ່າການຢ້ຽມຢາມນີ້ຈະປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມື, ຮ່ວມມືຍຸດທະສາດ ຫວຽດນາມ - ສ ເກົາຫຼີ ກ້າວເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ. ທ່ານນາງປະທານາທິບໍດີ Park Geun – hye, ຢັ້ງຢືນວ່າ ການຢ້ຽມຢາມ ຫວຽດນາມ ສະແດງຄວາມຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມື ຮ່ວມມືຍຸດທະສາດກັບ ຫວຽດນາມ, ສ້າງການພົວພັນເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນລະຫວ່າງການນຳຂັ້ນສູງ 2 ປະເທດ, ພ້ອມທັງຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດຕ່າງໆ.
ທີ່ການເຈລະຈາພາຍຫຼັງພິທີຮັບ, 2 ຝ່າຍສະແດງຄວາມພາກພູມໃຈເມື່ອເຫັນວ່າ: ພາຍຫຼັງ 20 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ ແລະ 4 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮວມມື ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ (10/2009), ການພົວພັນລະຫວ່າງ ຫວຽດນາມ ແລະ ສ ເກົາຫຼີ ໄດ້ພັດທະນາຢ່າງແຮງໃນຫຼາຍຂົງເຂດ. ກ່ຽວກັບດ້ານການເມືອງ, 2 ຝ່າຍແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈຳ. ກ່ຽວກັບດ້ານການຄ້າ, ສ ເກົາຫຼີ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 4 ຂອງ ຫວຽດນາມ ແລະ ຫວຽດນາມ ແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບ 9 ຂອງ ສ ເກົາຫຼີ. ວົງເງິນການຄ້າ 2 ຝ່າຍໃນປີ 2012 ບັນລຸກ່ວາ 21 ຕື້ USD. ໃນ 7 ເດືອນຜ່ານມາ, ວົງເງິນການຄ້າ 2 ຝ່າຍບັນລຸກ່ວາ 15 ຕື້ USD, ເພີ່ມຂຶ້ນເກືອບ 40% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ທີ່ການພົບປະກັນສື່ມວນຊົນພາຍຫຼັງການເຈລະຈາ, ທ່ານປະທານປະເທດ ເຈືອງເຕີນຊາງ ຢືນຢັນຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດກວ່າອີກ:
“ຂ້າພະເຈົ້າຊົມເຊີຍ ສ ເກົາຫຼີ ສືບຕໍ່ຖື ຫວຽດນາມ ແມ່ນຄູ່ຮ່ວມມືຈຸດສຸມກ່ຽວກັບການຮ່ວມມືພັດທະນາ ແລະ ຊົມເຊີຍບັນດາວິສາຫະກິດ ສ ເກົາຫຼີ ເພີ່ມທະວີການລົງທຶນສົມທົບກັນການມອບໂອນເຕັກໂນໂລຢີ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ. ຂ້າພະເຈົ້າເຊື່ອໝັ້ນຢ່າງແນວແນວ່າ: ການຢ້ຽມຢາມ ຫວຽດນາມ ຂອງທ່ານນາງປະທານາທິບໍດີ ຄັ້ງນີ້ຈະບັນລຸຜົນສຳເລັດຢ່າງຈົບງາມ, ສ້າງກຳລັງໜູນໃໝ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ ເກົາຫຼີ, ຕອບສະໜອງຄວາມມຸ້ງມາດປາດຖາໜາ ແລະ ຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ.”
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ
ພົບປະເຈລະຈາ ກັບທ່ານນາງປະທານາທິບໍດີ ສ ເກົາຫຼີ
(ພາບ: chinhphu.vn)
ຕອນບ່າຍວັນທີ 9/9, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ມີການພົບປະເຈລະຈາ ກັບທ່ານນາງປະທານາທິບໍດີ ສ ເກົາຫຼີ Park Geun – hye. ໜ້າທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ຢືນຢັນວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອເພີ່ມພຸນຄຸນສ້າງໃຫ້ແກ່ການພົວພັນຮ່ວມມື, ຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສ ເກົາຫຼີ ໃຫ້ນັບມື້ນັບພັດທະນາ, ພິເສດແມ່ນຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດຢ່າງມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ສະເໜີໃຫ້ທ່ານນາງປະທານາທິບໍດີ Park Geun – hye ສືບຕໍ່ເອົາໃຈໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ, ພິເສດແມ່ນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຄ້າ, ການລົງທຶນ...
ທ່ານນາງປະທານາທິບໍດີ Park Geun – hye ເຊື່ອໝັ້ນວ່າ: ຖະແຫຼງການຮ່ວມເຊິ່ງ 2 ຝ່າຍໄດ້ລົງນາມໃນການຢ້ຽມຢາມຄັ້ງນີ້ຈະເປັນຂີດໝາຍໃນການພັດທະນາວັດທະນາຖາວອນຂອງ 2 ປະເທດໃນໄລຍະຈະມາເຖິງ, ພ້ອມທັງຫວັງວ່າ: ນາຍົກລັດຖະມົນຕີ ຈະຊີ້ນຳບັນດາກະຊວງ, ຂະແໜງການຂອງ ຫວຽດນາມ ຜັນຂະຫຍາຍບັນດາຂໍ້ຕົກລົງໃນຖະແຫຼງການຮ່ວມລະຫວ່າງ 2 ປະເທດຢ່າງມີປະສິດທິຜົນ. ທ່ານນາງປະທານາທິບໍດີ Park Geun – hye ຢືນຢັນ ສ.ເກົາຫຼີ ຈະສ້າງເງື່ອນໄຂໃຫ້ ຫວຽດນາມ ເສົ່ງອອກສິນຄ້າເຂົ້າຕະຫຼາດປະເທດນີ້, ຊຸກຍູ້ການລົງນາມ ຕ້ອນຮັບຄົນງານ ຫວຽດນາມ ໂດຍໄວ ແລະ ຮ່ວມມືກັບ ຫວຽດນາມ ໃນຂົງເຂດວິທະຍາສາດເຕັກໂນໂລຢີ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.
ໃນຕອນເຊົ້າວັນດຽວກັນ, ທ່ານນາງປະທານາທິບໍດີ Park Geun – hye ພ້ອມກັບຄະນະຜູ້ແທນຂັ້ນສູງ ໄດ້ວາງພວງມາລາເຂົ້າສຸສານໄຫວ້ອາໄລປະທານ ໂຮ່ຈີມິນ.
ຕອນບ່າຍວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ຫວຽນຊິງຮຸ່ງ ໄດ້ໃຫ້ການຕ້ອນຮັບທ່ານນາງປະທານາທິບໍດີ ສເກົາຫຼີ Park Geun Hye. ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ຫວຽນຊິງຮຸ່ງ ຢືນຢັນວ່າ, ສະພາແຫ່ງຊາດຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືຢ່າງແໜ້ນແຟ້ນ ແລະ ໜູນຊ່ວຍລັດຖະບານສອງປະເທດຊຸກຍູ້ການພົວພັນຮ່ວມມືໃຫ້ນັບມື້ນັບພັດທະນາ. ສ່ວນທ່ານນາງປະທານາທິບໍດີ ສເກົາຫຼີ Park Geun Hye ກໍ່ຢືນຢັນວ່າ ການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງຄະນະກໍ່ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືລະຫວ່າງອົງການນິຕິບັນຍັດສອງປະເທດ, ພ້ອມທັງຢັ້ງຢືນຈະສືບຕໍ່ເອົາໃຈໃສ່, ໜູນຊ່ວຍປະຊາຄົມຊາວຫວຽດນາມອາໄສຢູ່ ສເກົາຫຼື.
ກອງປະຊຸມສຳມະນາການຮ່ວມມືດ້ານນິວຄະເລຍລະຫວ່າງຫວຽດນາມ - ສເກົາຫຼີ
(ພາບ: chinhphu.vn)
ຕອນບ່າຍວັນທີ 9/9, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມສຳມະນາການຮ່ວມມືດ້ານນິວຄະເລຍລະຫວ່າງຫວຽດນາມ - ສເກົາຫຼີ ໂດຍກະຊວງການຄ້າ, ອຸດສາຫະກຳ ແລະ ພະລັງງານສເກົາຫຼີ (MOTIE) ພ້ອມກັບກຸ່ມບໍລິສັດໄຟຟ້າ ສເກົາຫຼີ (KEPCO) ຈັດຕັ້ງ. ນີ້ແມ່ນການເຄື່ອນໄຫວໃນຂອບເຂດການຢ້ຽມຢາມທາງລັດຖະກິດຫວຽດນາມຂອງທ່ານນາງປະທານາທິບໍດີ ສເກົາຫຼີ Park Geun Hye. ກ່າວຄວາມເຫັນທີ່ກອງປະຊຸມສຳມະນາ, ທ່ານລັດຖະມົນຕີກະຊວງການຄ້າອຸດສາຫະກຳ ແລະ ພະລັງງານ ສເກົາຫຼີ Yoon Sang Jick. ປະທານກຸ່ມບໍລິສັດໄຟຟ້າສເກົາຫຼີ ສະແດງຄວາມເຊື່ອໝັ້ນວ່າ, ການຮ່ວມມືໃນຂົງເຂດພະລັງງານລະຫວ່າງຫວຽດນາມ - ສເກົາຫຼີ ຈະສືບຕໍ່ປະສົບຜົນສຳເລັດກວ່າອີກ ຜ່ານການຮ່ວມມືຢ່າງລະອຽດ ແນໃສ່ສ້າງກາລະໂອກາດຕື່ມອີກ ເພື່ອພັດທະນາຂະແໜງອຸດສາຫະກຳທີ່ກ່ຽວຂ້ອງຂອງຫວຽດນາມ. ຝ່າຍ ສເກົາຫຼີ ໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍຫວຽດນາມ ໃນການກໍ່ສ້າງເຕັກໂນໂລຢີທີ່ທັນສະໄໝ ແລະ ເປັນເອກະລາດຢ່າງຮອບດ້ານ.
ໃນໂອກາດນີ້, ຫວຽດນາມ ແລະ ສເກົາຫຼີ ໄດ້ອອກຖະແຫຼງການຮ່ວມ, ໃນນັ້ນຊີ້ແຈ້ງວ່າ: ຫວຽດນາມ - ສເກົາຫຼີ ເຫັນດີເປັນເອກະພາບມານະພະຍາຍາມຈັດຕັ້ງການເຈລະຈາຂັ້ນສູງເປັນປະຈຳດ້ວຍຫຼາຍຮູບການ, ຊຸກຍູ້ການແລກປ່ຽນຂັ້ນສູງລະຫວ່າງພັກ, ລັດຖະບານ, ສະພາແຫ່ງຊາດສອງປະເທດ. ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການແລກປ່ຽນ, ຮ່ວມມືໃນຂົງເຂດບຳລຸງສ້າງພະນັກງານປ້ອງກັນປະເທດ, ອຸດສາຫະກຳປ້ອງກັນປະເທດ… ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະ ຢູ່ໃນໂລກ. ຫວຽດນາມ ແລະ ສເກົາຫຼີ ສູ້ຊົນບັນລຸວົງເງິນການຄ້າໃຫ້ໄດ້ 70 ຕື້ USD ໃນປີ 2020, ກໍ່ຄືເຫັນດີຕໍ່ຄວາມຈຳເປັນຕ້ອງຊຸກຍູ້ການເຈລະຈາເພື່ອລົງນາມໃນສັນຍາການຄ້າເສລີ ຫວຽດນາມ ແລະ ສເກົາຫຼີ (VKFTA) ໃນລະດັບສູງ ແລະ ຮອບດ້ານໃນປີ 2014. ສອງຝ່າຍເຫັນດີຊຸກຍູ້ “ລາຍການຄວາມສຸກຫວຽດນາມ“ ເພື່ອແນໃສ່ຍົກສູງລາຍຮັບຂອງປະຊາຊົນ. ຫວຽດນາມ ແລະ ສເກົາຫຼີ ເຫັນດີສືບຕໍ່ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດຄືບຳລຸງສ້າງດ້ານພາສາ, ວັດທະນະທຳສິລະປະ, ກິລາ…ສອງຝ່າຍເຫັນດີສືບຕໍ່ຮັກສາສິດຜົນປະໂຫຍດອັນເປັນທຳຂອງພົນລະເມືອງແຕ່ລະປະເທດທີ່ພວມອາໄສຢູ່ປະເທດປະຈຳຖີ່ນ. ສອງຝ່າຍເຫັນດີຮ່ວມມືຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ… ຄຽງຂ້າງນັ້ນ, ຫວຽດນາມ ແລະ ສເກົາຫຼີ ຖືວ່າຄວນເພີ່ມທະວີການຮ່ວມມືແມ່ຂອງ - ສເກົາຫຼີ. ໃນນັ້ນມີເລື່ອງກໍ່ສ້າງປະຊາຄົມອາຊຽນ. ສອງປະເທດເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມເສລີໃນການເດີນທະເລ ແລະ ຖືວ່າການພິພາດບົນທະເລທັງໝົດລ້ວນແຕ່ໄດ້ຮັບການແກ້ໄຂດ້ວຍສັນຕິວິທີ, ເໝາະສົມກັບກົດໝາຍສາກົນໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982.