ຊຸກ​ຍ​ູ້​ການ​ພົວ​ພັນ​ດ້ານ​ການ​ຄ້າ​ລະ​ຫວ່າງ ຫວຽດ​ນາມ - ກາ​ນາ

(VOVWORLD) -ປັດຈຸບັນ, ການາແມ່ນໜຶ່ງໃນບັນດາຄູ່ຮ່ວມມືດ້ານການຄ້າແຖວໜ້າຂອງ ຫວຽດນາມຢູ່ພາກພື້ນ ອາບຟຼິກາຕາເວັນຕົກ. ເຖິງວ່າ ສອງປະເທດມີໄລຍະຫ່າງໄກດ້ານພູມສາດທີ່ກໍ່ຕາມ, ແຕ່ສອງປະເທດມີການພົວພັນອັນດີງາມ ແລະ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ເປັນຕົ້ນແມ່ນໃນຂົງເຂດການຄ້າ ແລະ ການລົງທຶນ.
ຊຸກ​ຍ​ູ້​ການ​ພົວ​ພັນ​ດ້ານ​ການ​ຄ້າ​ລະ​ຫວ່າງ ຫວຽດ​ນາມ - ກາ​ນາ - ảnh 1 ກອງປະຊຸມສຳມະນາ ດຳເນີນທຸລະກິດ ລະຫວ່າງ ຫວຽດນາມ - ການາ (ພາບ: baoquocte.vn)

ນີ້ິ້ແມ່ນຂໍ້ສັງເກດຂອງທ່ານ ໂດກວກຮຶງ, ຮອງຫົວໜ້າກົມການຕະຫຼາດອາຊີ - ອາບຟຼິກາ (ກະຊວງອຸດສາຫະກຳ - ການຄ້າ) ຢູ່ກອງປະຊຸມສຳມະນາ ດຳເນີນທຸລະກິດ ລະຫວ່າງ ຫວຽດນາມ - ການາເຊິ່ງໄດ້ຈັດຕັ້ງ ໃນຕອນເຊົ້າວັນທີ 28 ພະຈິກຢູ່ຮ່າໂນ້ຍ, ເນື່ອງໃນໂອກາດ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ຂອງທ່ານ Ahomka – Linsay ຮອງລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ການາ.

        ຜ່ານກອງປະຊຸມສຳມະນາ, ບັນດານັກວາງແຜນນະໂຍບາຍ ແລະ ປະຊາຄົມ ວິສາຫະກິດ ຫວຽດນາມ - ການາ ຈະມີຫຼາຍຂໍ້ມູນຂ່າວສານກ່ຽວກັບການພັດທະນາເສດຖະກິດແຕ່ລະປະເທດ, ຄົ້ນພົບບັນດາຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ, ກາລະໂອກາດໃໝ່ຕື່ມອີກ ເພື່ອຍາດແຍ່ງບັນດາທ່າແຮງຂອງແຕ່ລະປະເທດໃຫ້ດີກ່ວາອີກ, ປະກອບສ່ວນເຂົ້າການຊຸກຍູ້ການພົວພັນດຳເນີນເສດຖະກິດ - ການລົງທຶນພັດທະນາອັນດີງາມລະຫວ່າງ ຫວຽດນາມ - ການາ.

ຕອບກັບ

ຂ່າວ/ບົດ​ອື່ນ