ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ພັກ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ໂດມີນີກັນ

(VOVWORLD) -  ວັນທີ 20 ສິງຫາ, ທ່ານ ຮ່ວາງບີ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ແລະ ທ່ານ Miguel Mejia, ເລຂາທິການໃຫຍ່ພັກຂະບວນການຝ່າຍຊ້າຍເອກະພາບ (MIU) ໂດມີນີກັນ ໄດ້ດຳເນີນກອງປະຊຸມພົບປະເຈລະຈາທາງອອນລາຍ.
ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ພັກ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ໂດມີນີກັນ - ảnh 1 ທ່ານ ຮ່ວາງບີ່ງກວນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ (ພາບ: TTXVN)

        ກ່າວຄຳເຫັນທີ່ກອງປະຊຸມດັ່ງກ່າວ, ທ່ານ ຮ່ວາງບີ່ງກວນ ໄດ້ສະແດງຄວາມເຊື່ອໝັ້ນວ່າ ລັດຖະບານຊຸດໃໝ່ຂອງ ໂດມີນີກັນ ຈະຜ່ານຜ່າຄວາມຫຍຸ້ງຍາກ, ຫລຸດຜ່ອນຜົນກະທົບຈາກໂລກລະບາດໂຄວິດ-19 , ຟື້ນຟູເສດຖະກິດ, ພັດທະນາປະເທດຊາດໂດຍໄວ. ທ່ານ ຮ່ວາງບີ່ງກວນ ກໍ່ຕີລາຄາສູງບັນດາການເຄື່ອນໄຫວຂອງ MIU ໃນການໂຄສະນາພາບພົດປະເທດຊາດ, ປະຊາຊົນ ຫວຽດນາມ ກ່ຽວກັບພັກກອມມູນິດ ຫວຽດນາມ ແລະ ປະທານ ໂຮ່ຈີມິນ ຢູ່ ໂດມີນີກັນ ແລະ ບັນດາປະເທດໃນພາກພື້ນຢ່າງມີປະສິດທິຜົນ.

        ສ່ວນທ່ານ Miguel Mejia, ເລຂາທິການໃຫຍ່ພັກຂະບວນການຝ່າຍຊ້າຍເອກະພາບ (MIU) ໄດ້ຊົມເຊີຍບັນດາໝາກຜົນ ຊື່ງຫວຽດນາມ ຍາດໄດ້ໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19; ທ່ານເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ, ປະຊາຊົນ ຫວຽດນາມ ຈະປະຕິບັດເປົ້າໝາຍຄວບຄູ່ໄດ້ຢ່າງສຳເລັດຜົນ, ຍູ້ໂລກລະຍາດໃຫ້ຖອຍໄປ, ພັດທະນາເສດຖະກິດ - ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ