(vovworld) - ຕອນເຊົ້າວັນທີ 24/8, ຢູ່ນະຄອນ ໂຮ່ຈີມິນ, ສູນກາງສະຫະພັນແມ່ຍິງຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາ ”ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງແມ່ຍິງຫວຽດນາມ - ກຳປູເຈຍ”. ປະທານສູນກາງສະຫະພັນແມ່ຍິງຫວຽດນາມ ທ່ານນາງ Nguyen Thi Thanh Hoa ແລະ ທ່ານນາງຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານລາຊະອານາຈັກກຳປູເຈຍ, ປະທານສະຫະພັນແມ່ຍິງ ກຳປູເຈຍ ເພື່ອສັນຕິພາບ ແລະ ພັດທະນາ Men Sam On ໄດ້ເຂົ້າຮ່ວມກອງປະຊຸມສຳມະນາ. ໃນໄລຍະ 2009-2011, ແມ່ຍິງສອງປະເທດໄດ້ເພີ່ມທະວີການແລກປ່ຽນບົດຮຽນໃນການລົບລ້າງຄວາມອຶດຫີວ ຫຼຸດຜ່ອນຄວາມທຸກຍາກ, ຍູ້ແຮງການຮ່ວມມືຄວບຄຸມການຄ້າແມ່ຍິງ, ເດັກນ້ອຍຢ່າງມີປະສິດທິຜົນ. ປະທານສູນກາງສະຫະພັນແມ່ຍິງຫວຽດນາມ ທ່ານນາງ Nguyen Thi Thanh Hoa , ໃຫ້ຮູ້ວ່າ:
”ຫວຽດນາມ ແລະ ກຳປູເຈຍ ມີການພົວພັນມິດຕະພາບ ແລະ ການຮ່ວມມືອັນຍາວນານ. ຄາດວ່າຂໍ້ຕົກລົງຮ່ວມມືໃນໄລຍະ 2012-2017 ຢູ່ຂັ້ນສູນກາງ ແລະ ແຂວງນະຄອນຈະໄດ້ຮັບການລົງນາມໃນທ້າຍປີນີ້. ພວກຂ້າພະເຈົ້າຈະມີການປຶກສາຫາລືນຳກັນ ເພື່ອໃຫ້ການຮ່ວມມືບັນລຸປະສິດທິຜົນກວ່າໃນໄລຍະຈະມາເຖິງ. ຂ້າພະເຈົ້າຖືວ່າການຮ່ວມມືນີ້ຈະປະກອບສ່ວນຢ່າງແທດຈິງເຂົ້າໃນການພົວພັນອັນດີງາມລະຫວ່າງສອງປະເທດ”