ຊຸກຍູ້ການພົວພັນລະຫວ່າງກອງທັບປະຊາຊົນ2ປະເທດຫວຽດນາມ-ສປປເກົາຫຼີ

ຊຸກຍູ້ການພົວພັນລະຫວ່າງກອງທັບປະຊາຊົນ2ປະເທດຫວຽດນາມ-ສປປເກົາຫຼີ - ảnh 1
ພົນ​ໂທ ຫງວຽນ​ຈີ໋​ວີ້ງ ທີ່​ການ​ຕ້ອນ​ຮັບ

(vovworld) – ​​​​​​​​ຕອນ​ບ່າຍ​ວັນ​ທີ 19/6, ຢູ່​ຮ່າ​ໂນ້ຍ, ພົນ​ໂທ ຫງວຽນ​ຈີ໋​ວີ້ງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ໄດ້​ໃຫ້​ການ​ຕ້ອ​ນ​ຮັບ​ທ່ານ​ພັນ​ເອກ Pae Gyong Sam, ອະ​ດີດ​​ທີ່​ປຶກ​ສາ​​ດ້ານການ​ທະ​ຫານ ສ​ປ​ປ ເກົາຫຼີ ປະ​ຈຳ ຫວຽດ​ນາມ, ໄດ້​ເຂົ້າ​ຢ້ຽມ​ອຳ​ລາ​ເນື່ອງ​ໃນ​ໂອ​ກາດ​ສິ້ນ​ສຸດ​ໜ້າ​ທີ່​ການ​ທູດ ຢູ່ ຫວຽດ​ນາມ ແລະ ພັນ​​ເອກJong Nam Chol, ທີ່​ປຶກ​ສາ​ການ​ທະ​ຫານ ສ​ປ​ປ ເກົາຫຼີ ປະ​ຈຳ ຫວຽດ​ນາມ, ເຂົ້າ​ຢ​້​ຽມ​ຂ່ຳ​ນັບ​ເນື່ອງ​ໃນ​ໂອ​ກາດ​ມາ​ຮັບ​ໜ້າ​ທີ່​ການ​ທູດ​ຢູ່ ຫວຽດ​ນາມ. ພົນ​ໂທ ຫງວຽນ​ຈີ໋ວີ້ງ ຫວັງ​ວ່າ: ໃນ​ຖາ​ນະ​ຕຳ​ແໜ່ງ​ໃໝ່, ທ່ານ ພັນ​ເອກ Pae Gyong Sam ຈະ​ສືບ​ຕໍ່​ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງກອງ​ທັບ ແລະ ປະ​ຊາ​ຊົນ 2 ປະ​ເທດ. ອວຍ​ພອນ​ໃຫ້ ພັນ​​ເອກJong Nam Chol, ​​ທີ່ປ​ຶກ​ສາ​ການ​ທະ​ຫານ ສ​ປ​ປ ເກົາຫຼີ ​ທີ່ຫາກໍ່​ຮັບ​ໜ້າ​ທີ່​ການ​ທູ​ດ ຢູ່ ຫວຽດ​ນາມ, ພົນ​ໂທ ຫງວຽນ​ຈີ໋ວີ້ງ ຫວັງ​ວ່າ​ທ່ານພັນ​​ເອກ Jong Nam Chol ​ຈະສືບ​ຕໍ່​ແມ່ນ​ຂົວ​ເຊື່ອມ​ຕໍ່​​ການ​ພົວ​ພັນ​ລະ​ຫວ່າງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ 2 ປະ​ເທດ. ພັນ​ເອກ Pae Gyong Sam ແລ​ະ ພັນ​​ເອກJong Nam Chol ຢັ້ງ​ຢືນ​ວ່າໃນ​ຖາ​ນະ​ຕຳ​ແໜ່ງ​ໃໝ່ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອ​ງ​ຕົນ, ເອົ​າ​ໃຈ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງກອງ​ທັບ ແລະ ປະ​ຊາ​ຊົນ 2 ປະ​ເທດ.


ຂ່າວ/ບົດ​ອື່ນ