ຊຸກຍູ້ການພົວພັນອີຕາລີ-ຫວຽດນາມຂຶ້ນສູ່ລະດັບສູງໃໝ່
ທ່ານປະທານາທິບໍດີ Sergio Mattarella ຕ້ອນຮັບ
ທ່ານເອກອັກຄະລັດຖະທູດ ກາວຈິ໋ງທ້ຽນ
(ພາບ: vietnam+)
(vovworld) – ວັນທີ 1/10, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ກາວຈິ໋ງທ້ຽນ ໄດ້ຍື່ນສານມອບສິດຕໍ່ທ່ານປະທານາທິບໍດີສາທາລະນະລັດ ອີຕາລີ Sergio Mattarella. ທ່ານປະທານາທິບໍດີ Sergio Mattarella ໄດ້ຊົມເຊີຍບັນດາຜົນງານດ້ານການເມືອງ, ເສດຖະກິດ ແລະ ການຄ້າ ເຊິ່ງ ຫວຽດນາມ ບັນລຸໄດ້ໃນຊຸມປີຜ່ານມາ ແລະ ເນັ້ນໜັກວ່າການພົວພັນ ອີຕາລີ - ຫວຽດນາມ ໄດ້ມີບັນດາບາດກ້າວພັດທະນາສົມຄວນ ໃນກ່ວາ 40 ປີຜ່ານມາ ນັບແຕ່ 2 ປະເທດສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ. ປະຈຸບັນ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືໃຫຍ່ສຸດກ່ຽວກັບດ້ານການຄ້າຂອງ ອີຕາລີ ໃນສະຫະສະມາຄົມບັນດາປະເທດ ອາຊີຕາເວັນອອກສຽງໃຕ້ (ອາຊຽນ). ທ່ານປະທານາທິບໍດີ Sergio Mattarella ຢືນຢັນວ່າ: “ການພົວພັນ ອີຕາລີ - ຫວຽດນາມ ພວມພັດທະນາອັນດີງາມໃນຫລາຍດ້ານ. 2 ຝ່າຍຕ້ອງມານະພະຍາຍາມບໍ່ຢຸດຢັ້ງ ເພື່ອສືບຕໍ່ພັດທະນາການພົວພັນ 2 ຝ່າຍຂຶ້ນສູ່ລະດັບສູງໃໝ່ຢ່າງ”. ທ່ານປະທານາທິບໍດີ Sergio Mattarella ຂອບໃຈ ຫວຽດນາມ ໄດ້ເຂົ້າຮ່ວມງານວາງສະແດງສາກົນ EXPO Milan 2015 ແລະ ໄດ້ປະກອບສ່ວນສຳຄັນເຂົ້າຜົນສຳເລັດຂອງເຫດການທີ່ມີລັກສະນະທົ່ວໂລກນີ້.