ທ່ານ ເຈືອງເຕິ໋ນຊາງ ແລະ ທ່ານ Hassan Rouhani
(ພາບ: Nguyễn Khang/TTXVN)
|
(vovworld) - ໂດຍຮັບຄຳເຊີນຂອງທ່ານ Hassan Rouhani, ປະທານາທິບໍດີແຫ່ງ ສ. ອິດສະລາມ ອີຣານ, ທ່ານ ເຈືອງເຕິ໋ນຊາງ, ປະທານປະເທດ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ງສູງ ຫວຽດນາມ ໄດ້ໄປຮອດນະຄອນຫຼວງ Tehran, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ສ.ອິດສະລາມອີຣານ ໃນລະຫວ່າງວັນທີ 13-16/3. ທີ່ການເຈລະຈາພາຍຫຼັງພິທີຕ້ອນຮັບ, ທ່ານ ເຈືອງເຕິ໋ນຊາງ, ປະທານປະເທດຫວຽດນາມ ແລະ ທ່ານປະທານາທິບໍດີ ອີຣານ ໄດ້ເຫັນດີເປັນເອກະສັນຄວນເພີ່ມທະວີການແລກປ່ຽນຄະນະ ແລະ ການພົບປະລະຫວ່າງສອງປະເທດ. ການນຳທັງສອງທ່ານກໍ່ເຫັນດີແບ່ງປັນຫຼັກໝັ້ນ ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ; ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສ ແລະ ອົງການຈັດຕັ້ງສາກົນ, ສະໜັບສະໜູນບັນດາຜູ້ສະໝັກຮັບເລືອກຕັ້ງຂອງກັນໃນບັນດາອົງການຈັດຕັ້ງສາກົນ, ໂດຍສະເພາະແມ່ນສະຫະປະຊາຊາດ. ສອງຝ່າຍກໍ່ເຫັນດີຍູ້ແຮງການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ສູ້ຊົນນຳວົງເງິນການຄ້າສອງສົ້ນໃຫ້ບັນລຸລະດັບ 2 ຕື້ USD ໃນ 5 ປີຈະມາເຖິງ. ສອງຝ່າຍກໍ່ໃຫ້ຄຳໝັ້ນສັນຍາພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດສອງປະເທດສືບຕໍ່ຮ່ວມມືດຳເນີນທຸລະກິດ, ແລະ ລົງທຶນໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ.
ທ່ານປະທານປະເທດ ເຈືອງເຕິ໋ນຊາງ ແລະ ປະທານາທິບໍດີ ອີຣານ ໄດ້ເຫັນດີຄວນມານະພະຍາຍາມເພື່ອແນໃສ່ຮັບປະກັນສະຖຽນລະພາບ, ສັນຕິພາບຢູ່ພາກພື້ນຕ່າງໆ ແລະ ຢູ່ໃນໂລກ, ພ້ອມທັງຢືນຢັນວ່າ, ການຂັດແຍ່ງກັນທັງໝົດລ້ວນແຕ່ໄດ້ຮັບການແກ້ໄຂຜ່ານການເຈລະຈາໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ.
ກ່າວຄວາມເຫັນພາຍຫຼັງການປະຊຸມຂ່າວ, ທ່ານປະທານປະເທດ
ເຈືອງເຕິ໋ນຊາງ ຢືນຢັນວ່າ:
“ການນຳສອງປະເທດໄດ້ມີຄວາມເຫັນດີເປັນເອກະສັນສູງ ນັ້ນແມ່ນຄວນສຸມໃສ່ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດລະຫວ່າງສອງປະເທດກວ່າອີກ, ນຳວົງເງິນການຄ້າສອງສົ້ນໃຫ້ບັນລຸ 2 ຕື້ USD ໃນ 5 ປີຈະມາເຖິງ. ພວກຂ້າພະເຈົ້າກໍ່ເຫັນດີເປັນເອກະພາບສ້າງເງື່ອນໄຂສະດວກໃຫ້ວິສາຫະກິດສອງປະເທດຮ່ວມມືດຳເນີນທຸລະກິດ, ລົງທຶນໃນບັນດາຂົງເຂດເຊິ່ງສອງຝ່າຍມີທ່າແຮງ. ພວກຂ້າພະເຈົ້າກໍ່ແບ່ງປັນເຖິງຄວາມສຳຄັນຂອງການຮ່ວມມືດ້ານວັດທະນະທຳ, ການສຶກສາ ແລະ ການແລກປ່ຽນປະຊາຊົນ. ຂ້າພະເຈົ້າເຊື່ອໝັ້ນວ່າ, ການຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ພ້ອມກັບຄວາມຕັດສິນໃຈສູງຂອງການນຳສອງປະເທດ ຈະເປັນທ່າແຮງ, ເປັນກຳລັງໜູນໃໝ່ເພື່ອຍູ້ແຮງການພົວພັນຮ່ວມມືໃນຫຼາຍຂົງເຂດລະຫວ່າງຫວຽດນາມ - ອີຣານ“