ຊຸກຍູ້ການພົວພັນຮ່ວມມືຫວຽດນາມ-ອາເມລິກາ

(VOVWORLD) - ຕອນບ່າຍວັນທີ 11 ທັນວາ, ຢູ່ຮ່າໂນ້ຍ, ທ່ານດົນຕ໋ວນຟອງ, ຮອງປະທານທັງເປັນເລຂາທິການໃຫຍ່ຮັບຜິດຊອບສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະພາບັນດາການນຳການເມືອງໜຸ່ມຂອງອາເມລິກາ (ACYPL) ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ໃນລະຫວ່າງວັນທີ 09 – 15 ທັນວາ.

ຊຸກຍູ້ການພົວພັນຮ່ວມມືຫວຽດນາມ-ອາເມລິກາ - ảnh 1ທ່ານດົນຕ໋ວນຟອງ ຕ້ອນຮັບຄະນະຜູ້ແທນສະພາບັນດາການນຳການເມືອງໜຸ່ມຂອງອາເມລິກາ

(ພາບ: thoidai.com.vn)

ທີ່ການຕ້ອນຮັບ, ທ່ານ ດົນຕ໋ວນຟອງ ໃຫ້ຮູ້ຄວາມປາດຖະໜາຂອງປະຊາຊົນ ແລະ ລຸ້ນໜຸ່ມ ຫວຽດນາມ ແມ່ນຊຸກຍູ້ການພົວພັນຮ່ວມມືກັບອາເມລິກາ, ພິເສດແມ່ນໃນຂົງເຂດການສຶກສາ, ເສດຖະກິດ, ການຄ້າ, ຊ່ວຍເຫຼືອມະນຸດສະທຳ… ໂດຍຕາງໜ້າຄະນະຜູ້ແທນ, ທ່ານນາງ Jennifer Mies Lowe ຫວັງວ່າ, ໃນໄລຍະຈະມາເຖິງ ຈະມີການເຄື່ອນໄຫວຫຼາຍກວ່າອີກ ເພື່ອຊຸກຍູ້ການພົວພັນລະຫວ່າງ ປະຊາຊົນ 2 ປະເທດຫວຽດນາມ - ອາເມລິກາ.

        ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ບັນດາສະມາຊິກໃນ ACYPL ຍັງໄດ້ໄປຢ້ຽມຢາມໝູ່ບ້ານມິດຕະພາບຫວຽດນາມ; ເຮັດວຽກກັບກະຊວງການຕ່າງປະເທດ, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ; ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ