ຊຸກຍູ້ການພົວພັນຮອບດ້ານ ລະຫວ່າງ ຫວຽດນາມ-ຍີ່ປຸ່ນ
ທ່ານເລແທງຫາຍ, ເລຂາຄະນະພັກນະຄອນໂ່ຮຈິມິນ ເຮັດວຽກ ກັບທ່ານ Masaaki Yamazaki, ປະທານສະມາຊິກສະພາສູງຍີ່ປຸ່ນ
(vovworld) - ວັນທີ 7/10, ຄະນະຜູ້ແທນນະຄອນໂຮ່ຈິມິນ ໂດຍທ່ານເລແທງຫາຍ, ເລຂາຄະນະພັກນະຄອນໂ່ຮຈິມິນ, ນຳໜ້າຄະນະ, ພ້ອມກັບບັນດາວິສາຫະກິດໃຫຍ່ຂອງນະຄອນໂຮ່ຈິມິນ ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກຢູ່ຍີ່ປຸ່ນ. ທີ່ການເຮັດວຽກ ກັບທ່ານ Masaaki Yamazaki, ປະທານສະມາຊິກສະພາສູງຍີ່ປຸ່ນ, ທ່ານເລແທງຫາຍປາດຖະໜາວ່າ: ສະພາແຫ່ງຊາດ ແລະ ລັດຖະບານຍີ່ປຸ່ນ ສືບຕໍ່ຮັກສາບ້ວງເງິນໜູນຊ່ວຍການພັດທະນາ (ODA) ຢ່າງເປັນທາງການຢູ່ລະດັບສູງໃຫ້ແກ່ຫວຽດນາມ. ຫວຽດນາມໃຫ້ຄຳໝັ້ນສັນຍາວ່າຈະນຳໃຊ້ແຫຼ່ງເງິນທຶນນີ້ຢ່າງມີປະສິດທິຜົນ ເພື່ອຮັບໃຊ້ວິວັດການພັດທະນາເສດຖະກິດ-ສັງຄົມ. ຫວຽດນາມປາດຖະໜາວ່າ: ຍີ່ປຸ່ນສືບຕໍ່ສະໜັບສະໜູນທັດສະນະ ແລະ ຫຼັກໝັ້ນຂອງຫວຽດນາມໃນການແກ້ໄຂບັນດາບັນຫາສາກົນເວົ້າລວມ, ກໍ່ຄືໃນການແກ້ໄຂບັນຫາບົນທະເລເວົ້າສະເພາະ. ທ່ານປະທານ ສະມາຊິກສະພາສູງຍີ່ປຸ່ນ Yamazaki ປາດຖະໜາວ່າ: ຫວຽດນາມສ້າງເງື່ອນໄຂສະດວກ ເພື່ອບັນດາວິສາຫະກິດຍີ່ປຸ່ນອຸ່ນອຽນທີ່ຈະລົງທຶນ ແລະ ທຳມາຫາກິນຍາວນານຢູ່ຫວຽດນາມ. ທ່ານ Yamazaki ເນັ້ນໜັກວ່າ: ສະພາແຫ່ງຊາດຍີ່ປຸ່ນຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນຊຸກຍູ້ການພົວພັນ ລະຫວ່າງ 2 ປະເທດນັບມື້ນັບດີງາມ ແລະ ແທດຈິງກ່ວາ.
ແລະໃນວັນດຽວກັນ, ທ່ານເລແທງຫາຍ ກໍ່ໄດ້ມີການເຮັດວຽກ ກັບ ທ່ານລັດຖະມົນຕີກະຊວງກະສິກຳ, ປ່າໄມ້ ແລະ ການປະມົງຍີ່ປຸ່ນ Koya Nishikawa. ວັນທີ 8/10, ທ່ານເລແທງຫາຍ ສືບຕໍ່ມີການເຮັດວຽກ ກັບກົມຕຳຫຼວດ, ຫ້ອງວ່າການລັດຖະບານ ແລະ ກົມດັບເພີງຍີ່ປຸ່ນ.