ຊຸກຍູ້ການຮ່ວມມືການພົວພັນປ້ອງກັນຊາດຫວຽດນາມ-ອາເມລິກາ
ທ່ານ ຟຸ່ງກວາງແທງ ແລະ ທ່ານ Ashton Carterທີ່ພິທີລົງນາມ
(ພາບ: Trọng Đức - TTXVN)
(vovworld) – ຕອນເຊົ້າວັນທີ 1/6 ຢູ່ ຮ່າໂນ້ຍ, ທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດຫວຽດນາມ ຟຸ່ງກວາງແທງ ໄດ້ມີການເຈລະຈາກັບທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດອາເມລິກາ Ashton Carter. ທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດອາເມລິກາ Ashton Carter ຕີລາຄາສູງ ແລະ ຂອບໃຈການຮ່ວມມືຢ່າງຕັ້ງໜ້າ ແລະ ມີປະສິດທິຜົນຂອງຫວຽດນາມໃນການຮ່ວມມືຊອກຫາອັດຖິຂອງທະຫານ ອາເມລິກາ ທີ່ສາບສູນຫາຍໃນສົງຄາມ. 2 ຝ່າຍລ້ວນແຕ່ສະແດງຄວາມປາດຖະໜາຢາກສືບຕໍ່ເພີ່ມທະວີການພົວພັນດ້ານປ້ອງກັນຊາທີ່ເໝາະສົມກັບການພົວພັນລວມບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງແຕ່ລະປະເທດ, ບໍ່ສົ່ງຜົນສະທ້ອນເຖິງການຮ່ວມມືຂອງບັນດາປະເທດອື່ນໆ, ປະກອບສ່ວນຮັບປະກັນສັນຕິພາບ, ສະຖຽນລະພາບ, ພັດທະນາຢູ່ພາກພື້ນ ແລະ ໂລກ. ທ່ານລັດຖະມົນຕີວ່າການກະຊວງປ້ອງກັນປະເທດຫວຽດນາມ ຟຸ່ງກວາງແທງ ໃຫ້ຮູ້ວ່າ: ສອງຝ່າຍໄດ້ແລກປ່ຽນກ່ຽວກັບການພົວພັນປ້ອງກັນຊາດສອງຝ່າຍ ແລະເຫັນວ່າ ການພົວພັນນີ້ໄດ້ພັດທະນາຢ່າງຕັ້ງຫນ້າ ແລະ ເປັນປົກກະຕິ. ພວກຂ້າພະເຈົ້າຊົມເຊີຍ ເລື່ອງອາເມລິກາ ຜັນຂະຫຍາຍໂຄງການແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ ຢ່າງຕັ້ງຫນ້າ. ຖະແຫຼງການວິໄສທັດຮ່ວມ ກ່ຽວກັບການພົວພັນດ້ານປ້ອງກັນຊາດຄັ້ງນີ້ ແມ່ນແນໃສ່ເພີ່ມທະວີມິດນ້ຳໃຈຕະພາບ, ຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃຫ້ເລິກເຊິ່ງກ່ວາອີກ ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ.
ພາຍຫຼັງການເຈລະຈາ,ລັດຖະມົນຕີ 2 ທ່ານ ໄດ້ລົງນາມໃນບົດບັນທຶກຖະແຫຼງການວິໄສທັດຮ່ວມ ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຫວຽດນາມ-ອາເມລິກາ.